
ຕໍາແຫນ່ງ: ພະນັກງານ ການເງິນ, ປະຈໍາ ສໍານັກງານ ໃຫຍ່
💼 ໜ້າທີ່ຮັບຜິດຊອບຫຼັກ
· ຕິດຕາມລາຍຮັບຈາກການຜະລິດພະລັງງານໄຟຟ້າປະຈໍາວັນ, ເດືອນ, ປີ ເພື່ອລາຍງານໃຫ້ ຄະນະຜູ້ບໍລິຫານຮັບຊາບ;
· ຕິດຕາມ-ສັງລວມພະລັງງານໄຟຟ້າປະຈໍາແຕ່ລະເດືອນ ເພື່ອນໍາມາຄິດໄລ່ອອກໃບຮຽກເກັບ ເງິນໃຫ້ແກ່ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ລັດວິສາຫະກິດ ໄຟຟ້າ ກໍາປູເຈຍ (EDC);
· ຕິດຕາມຫນີ້ຕ້ອງຮັບ ຈາກການຂາຍກະແສໄຟຟ້າ ໃຫ້ແກ່ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ລັດວິສາຫະກິດ ໄຟຟ້າ ກໍາປູເຈຍ (EDC) ແລະ ລູກຫນີ້ອື່ນໆ ຂອງບໍລິສັດ;
🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ
· ຮຽນຈົບສາຂາ ການບັນຊີ-ການເງິນ, ການທະນາຄານ, ເສດຖະສາດ ບໍລິຫານທຸລະກິດ ລະດັບປະລິນຍາຕີຂຶ້ນໄປ;
· ນັກສຶາສາຈົບໃຫມ່ ຫຼື ຖ້າມີປະສົບການກ່ຽວກັບການເງິນ ຈະພິຈາລະນາເປັນພິເສດ.
📁 ທັກສະ ແລະ ຄວາມສາດທີ່ຕ້ອງການ
· ສາມາດນໍາໃຊ້ໂປຣແກຣມ MS Word, Excel, PowerPoint & Outlook ເປັນຢ່າງດີ;
· ສາມາດສື່ສານພາສາກໍາປູເຈຍໄດ້ເປັນຢ່າງດີ;
· ສຸຂະພາບາບແຂງແຮງດີ ແລະ ສາມາດອອກວຽກ ຕ່າງປະເທດ, ຕ່າງແຂວງ ຫຼື ພາກສະຫນາມໄດ້; ມີຄວາມກະຕືລືລົ້ນ, ມະນຸດສໍາພັນດີ ແລະ ສາມາດເຮັດວຽກເປັນທີມ.
💰 ດ້ານສະຫວັດດີການ ພະນັກງານ
- ປະຈຳ ຢູ່ພາສະໜາມ ບໍລິສັດ ຮັບຜິດຊອບ ອາຫານ 3 ຄາບ/ມື້, ມີທີ່ພັກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນແຄ້ມ, ມີລົດຮັບ-ສົ່ງ ພະນັກງານ ເວລາໄປວຽກ ແລະ ວັນພັກຮອບ, ມີເງິນອຸດໜູນຫ່າງໄກບ້ານ, ເຮັດວຽກຄົບ 49 ວັນພັກ 7 ວັນ;
- ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ມີກວດສຸຂະພາບປະຈໍາປີຟຣີ, ມີປະກັນສັງຄົມ, ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ມີວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກເນື່ອງຈາກອຸປະຕິເຫດແຮງງານ 90 ວັນ/ປີ ແລະ ມີວັນພັກອື່ນໆຕາມວັນພັກທາງລັດຖະການ;
- ເຮັດວຽກວັນຈັນ-ວັນສຸກ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
- ກົດເຂົ້າລິ້ງນີ້ https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
- ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: Recruitment@csenergy.la ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້