ພະນັກງານ ການເງິນ, (ຂະແໜງ ຄັງເງິນ)
Image 1

ຕໍາແຫນ່ງ: ພະນັກງານ ການເງິນ, (ຂະແໜງ ຄັງເງິນ) ປະຈໍາ ສໍານັກງານ ໃຫຍ່


💼 ໜ້າທີ່ຮັບຜິດຊອບຫຼັກ

  • ກວດກາເອກະສານການເບີກຈ່າຍ ໃຫ້ຖືກຕ້ອງຕາມລະບຽບຂອງບໍລິສັດ;
  • ຈໍາແນກເອກະສານທີ່ໄດ້ຮັບອະນຸມັດແລ້ວອອກເປັນແຕ່ລະປະເພດ;  
  • ແຈ້ງຈ່າຍເອກະສານອະນຸມັດໃຫ້ຝ່າຍທີ່ກ່ຽວຂ້ອງຮັບຊາບ ແລະ ຂຶ້ນແຜນລາຍຈ່າຍປະຈໍາວັນ; 
  • ຄຸ້ມຄອງເງິນສົດເຊັ່ນ: ເບີກຈ່າຍເງິນສົດ-ຮັບເງິນສົດ, ການເຮັດທຸລະກໍາທາງການເງິນເຊັ່ນ: ການໂອນເງິນ, ຝາກ-ຖອນ ແລະ ການແລກປ່ຽນ; 
  • ບັນທຶກ ແລະ ຕິດຕາມລາຍຮັບ-ລາຍຈ່າຍປະຈໍາວັນເງິນສົດ-ເງິນຝາກ ທຸກທະນາຄານຂອງCSE, ບໍລິສັດໃນເຄືອ ແລະ ບັນດາເຂື່ອນທີ່ຂຶ້ນກັບ CSE;
  • ເຮັດບົດລາຍງານປະຈໍາວັນ, ປະຈໍາອາທິດ ແລະ ປະຈໍາເດືອນ;
  • ເຮັດເອກະສານຍ້ອນຫຼັງບາງລາຍຈ່າຍທີ່ພົວພັນກັບຝ່າຍການເງິນ ແລະ ຄືນເອກະສານທີ່ປະກອບມາບໍ່ຄົບຖ້ວນກັບຝ່າຍທີ່ກ່ຽວຂ້ອງ;
  • ຕິດຕາມເງິນຈ່າຍລ່ວງຫນ້າ ແລະ ການເຄຼຍເງິນຂອງທຸກຝ່າຍ;
  • ສະຫນັບສະຫນູນໃນການປະກອບເອກະສານການປ່ຽນແປງເນື້ອໃນການເຮັດທຸລະກໍາກັບທະນາຄານ ເຊັ່ນ: ການປ່ຽນແປງລາຍ ເຊັນຜູ້ມີສິດເຊັນສັ່ງຈ່າຍ, ຮູບແບບກາຈໍ້າ ແລະ ຊື່ບັນຊີ;
  • ສາມາດເດີນທາງໄປວຽກຕ່າງແຂວງ ແລະ ປະຈໍາການຢູ່ເຂື່ອນຊົ່ວຄາວໄດ້.  


🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ 

  • ຮຽນຈົບສາຂາ ການບັນຊີ-ການເງິນ, ການທະນາຄານ, ເສດຖະສາດ ບໍລິຫານທຸລະກິດ ລະດັບປະລິນຍາຕີຂຶ້ນໄປ; 
  • ນັກສຶາສາຈົບໃຫມ່ ຫຼື ຖ້າມີປະສົບການກ່ຽວກັບການເງິນ ຈະພິຈາລະນາເປັນພິເສດ. 

📁 ທັກສະ ແລະ ຄວາມສາດທີ່ຕ້ອງການ 

  • ສາມາດນໍາໃຊ້ໂປຣແກຣມ MS Word, Excel, PowerPoint & Outlook ເປັນຢ່າງດີ; 
  • ສາມາດສື່ສານພາສາອັງກິດໄດ້ໃນລະດັບດີ;  
  • ສຸຂະພາບາບແຂງແຮງດີ ແລະ ສາມາດອອກວຽກ ຕ່າງປະເທດ, ຕ່າງແຂວງ ຫຼື ພາກສະຫນາມໄດ້; ມີຄວາມກະຕືລືລົ້ນ, ມະນຸດສໍາພັນດີ ແລະ ສາມາດເຮັດວຽກເປັນທີມ. 

💰 ດ້ານສະຫວັດດີການ ພະນັກງານ

  • ປະຈຳ ຢູ່ພາສະໜາມ ບໍລິສັດ ຮັບຜິດຊອບ ອາຫານ 3 ຄາບ/ມື້, ມີທີ່ພັກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນແຄ້ມ, ມີລົດຮັບ-ສົ່ງ ພະນັກງານ ເວລາໄປວຽກ ແລະ ວັນພັກຮອບ, ມີເງິນອຸດໜູນຫ່າງໄກບ້ານ, ເຮັດວຽກຄົບ 49 ວັນພັກ 7 ວັນ;
  • ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ມີກວດສຸຂະພາບປະຈໍາປີຟຣີ, ມີປະກັນສັງຄົມ, ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ມີວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກເນື່ອງຈາກອຸປະຕິເຫດແຮງງານ 90 ວັນ/ປີ ແລະ ມີວັນພັກອື່ນໆຕາມວັນພັກທາງລັດຖະການ;
  • ເຮັດວຽກວັນຈັນ-ວັນສຸກ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).

📂 ວິທີ່ສະໝັກວຽກກັບພວກເຮົາ

  • ກົດເຂົ້າລິ້ງນີ້ https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
  • ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,​ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.


ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້

ປິດຮັບ: 15 ມີນາ 2025