
ຕໍາແຫນ່ງ: ພະນັກງານ ເລຂາ ແລະ ປະສານງານ, ປະຈໍາ ເຂື່ອນໄຟຟ້າ ເຊນໍ້ານ້ອຍ 1
💼 ໜ້າທີ່ຮັບຜິດຊອບຫຼັກ
- ກະກຽມ ແລະ ຈັດສັນ ກອງປະຊຸມພາຍໃນ ແລະ ພາຍນອກ ສໍາລັບວຽກງານການປະຊຸມທັງໝົດຂອງເຂື່ອນໄຟຟ້າ;
- ເຮັດບົດບັນທຶກ ກອງປະຊຸມ ທຸກໆພາກສ່ວນ ໃນວຽກງານທັງໝົດ ຂອງເຂື່ອນໄຟຟ້າ;
- ຈັດວາລະ ແລະ ຕາຕະລາງກອງປະຊຸມ, ປະກອບເອກະສານ ແລະ ສ້າງບົດລາຍງານ;
- ເກັບກໍາວຽກງານ ທີ່ຍັງຄົງຄ້າງຂອງ ແຕ່ລະຂະແໜງ ແລະ ລາຍງານ ຕໍ່ຜູ້ຈັດການເຂື່ອນໄຟຟ້າ;
- ຕິດຕາມ ແລະ ເກັບກໍາ ຄວາມຈໍາເປັນ-ຄວາມຕ້ອງການ ໃນດ້ານວິຊາສະເພາະ ແລະ ອຸປະກອນ ທາງເຕັກນິກ ຂອງແຕ່ລະຂະແໜງ ທີ່ມີຢູ່ພາຍໃນເຂື່ອນໄຟຟ້າ;
- ຕິດຕາມ-ປະສານ ວຽກງານຮ່ວມກັບ ທຸກໆພາກສວ່ນຢູ່ພາຍໃນ ເຂື່ອນ ແລະ ບັນດາຝ່າຍຕ່າງໆ ໃນເບື້ອງສໍານັກງານໃຫ່ຍ ແລະ ທັງພາຍນອກ;
- ຕິດຕາມ-ລາຍງານ ທຸກໆເອກະສານ ພາຍໃນເຂື່ອນ ແລະ ທີ່ນໍາສົ່ງຕໍ່ຂັ້ນເທິງ ຕາມລໍາດັບຂັ້ນ ທີ່ບໍລິສັດໄດ້ວາງອອກໄວ້;
- ຮັກສາ ເອກະສານ ບົດບັນທຶກ ຊຶ່ງຈໍາເປັນຕ້ອງເປັນຄວາມລັບຂອງ ອົງກອນ ໃຫ້ເປັນລະບົບຈັດເກັບທີ່ເປັນມາດຖານ;
- ຕິດຕາມ ແລະ ກວດກາ ທຸກໆ ເອກະສານ ທີ່ກ່ຽວພັນກັບງົບປະມານ ພາຍໃນເຂື່ອນໄຟຟ້າ;
- ເປັນຜູ້ຊ່ວຍ ໃນການນໍາສະເໜີ ແລະ ເຮັດບົດລາຍງານ ເປັນປະຈໍາໃຫ້ກັບ ຜູ້ຈັດການເຂື່ອນໄຟຟ້າ;
- ເບີ່ງແຍ່ງແຂກທີ່ມາຢ້ຽມຢາມ ພາກສະໜາມ ຈາກພາກສ່ວນ ພາກລັດ ກໍ່ຄື ເບື້ອງສໍານັກງານໃຫ່ຍ;
- ຈັດຕັ້ງ-ປະຕິບັດ ຕາມການມອບໝາຍໃນວຽກງານ ບໍລິຫານ ທີ່ຫົວໜ້າ ສາຍງານ ແລະ ຜູ້ບໍລິຫານ ເຂື່ອນ ມອບໝາຍໃຫ້.
🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ
• ຈົບການສືກສາ ລະດັບ ປະລິນຍາຕີ ຫຼື ທຽບເທົ່າ ໃນສາຂາ ບໍລິຫານ ທົ່ວໄປ
• ມີບຸກຄະລິກ ມະນຸດສຳພັນດີ ແລະ ສາມາດເຮັດວຽກຮ່ວມກັບເພື່ອນຮ່ວມງານ ໄດ້ເປັນຢ່າງດີ;
📁 ທັກສະ ແລະ ຄວາມສາດທີ່ຕ້ອງການ
• ມີຄວາມສາມາດນໍາໃຊ້ພາສາອັງກິດ ໃນລະດັບດີ;
• ມີຄວາມສາມາດ ນໍາໃຊ້ Microsoft Office ໃນລະດັບດີ;
• ມີມະນຸດສຳພັນທີ່ດີກັບທີມງານ ແລະ ເຮັດວຽກເປັນທີມງານໄດ້;
• ມີຄວາມກະຕື້ລືລົ້ນ ໃນວຽກງານ ແລະ ຫ້າວຫັ້ນໃນການພັດທະນາຕົນເອງ;
• ຊື່ສັດຕໍ່ໜ້າທີ່ວຽກງານ ແລະ ເຮັດວຽກມີແບບແຜນ;
• ສາມາດປັບປຸງ ແລະ ສ້າງເອກະສານ ເພື່ອເຮັດເປັນແບບຟອມລາຍງານ ໄດ້ເປັນຢ່າງດີ;
💰 ດ້ານສະຫວັດດີການ ພະນັກງານ
- ປະຈຳ ຢູ່ພາສະໜາມ ບໍລິສັດ ຮັບຜິດຊອບ ອາຫານ 3 ຄາບ/ມື້, ມີທີ່ພັກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນແຄ້ມ, ມີລົດຮັບ-ສົ່ງ ພະນັກງານ ເວລາໄປວຽກ ແລະ ວັນພັກຮອບ, ມີເງິນອຸດໜູນຫ່າງໄກບ້ານ, ເຮັດວຽກຄົບ 49 ວັນພັກ 7 ວັນ;
- ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ມີກວດສຸຂະພາບປະຈໍາປີຟຣີ, ມີປະກັນສັງຄົມ, ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ມີວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກເນື່ອງຈາກອຸປະຕິເຫດແຮງງານ 90 ວັນ/ປີ ແລະ ມີວັນພັກອື່ນໆຕາມວັນພັກທາງລັດຖະການ;
- ເຮັດວຽກວັນຈັນ-ວັນສຸກ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
- ກົດເຂົ້າລິ້ງນີ້ https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
- ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້