
ຕໍາແຫນ່ງ: ພະນັກງານ ບໍລິຫານແຄ້ມ, ປະຈໍາ ເຂື່ອນໄຟຟ້າ ເຊນໍ້ານ້ອຍ 1
💼 ໜ້າທີ່ຮັບຜິດຊອບຫຼັກ
- ຄວບຄຸມ, ເບີ່ງແຍງ ຕິດຕາມການປະຕິບັດໜ້າວຽກ ຂອງແມ່ບ້ານທັງໝົດພາຍໃນແຄັມ ພ້ອມທັງຊີ້ນຳ ນຳພາໃນການປະຕິບັດວຽກງານ;
- ບໍລິຫານຈັດການ ສຳຮອງຫ້ອງພັກສຳລັບແຂກທີ່ມາຢ້ຽມຢາມເຂື່ອນ ທັງພາຍໃນ ແລະ ພາຍນອກ ລວມທັງຜູ້ບໍລິຫານລະດັບສູງ;
- ກວດກາຄວາມເປັນລະບຽບຮຽບຮ້ອຍຕາມແຕ່ລະອາຄານຫ້ອງພັກພະນັກງານ ແລະ ຈັດກຽມເຄື່ອງສຸຂະພັນ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ບັນດາທ່ານທີ່ເດີນທາງມາພັກເຊົາໃນແຄ້ມ ຕາມຄວາມເໝາະສົມ;
- ຕິດຕາມກວດກາ ຊຸດທີ່ນອນຫຼັງຈາກແຂກກັບເເລ້ວ ມອບໃຫ້ແມ່ບ້ານນຳໄປຊັກ ແລະ ເກັບມ້ຽນໄວ້ໃນສາງໃຫ້ເປັນລະບຽບ;
- ຄວບຄຸມເບິ່ງແຍງຕິດຕາມ ການປະຕິບັດໜ້າວຽກຂອງແມ່ຄົວ ແລະ ສະໜອງອຸປະກອນພາຊະນະ ແລະ ເຄື່ອງມືທີ່ຈຳເປັນໃນການປະຕິບັດວຽກງານ;
- ເຮັດບົດລາຍງານປະຈຳເດືອນ ແລະ ສ້າງແຜນວຽກໃນເດືອນຕໍ່ໄປໃຫ້ກັບຫ້ອງການບໍລິຫານ;
- ເຮັດບົດລາຍງານໃຫ້ທາງຫ້ອງການບໍລິຫານເມື່ອມີອຸປະກອນເປ້ເພ ແລະ ເສຍຫາຍ;
- ວາງແຜນໃນການສ້ອມແປງອຸປະກອນ (ຖ້າບໍ່ມີອາໄຫລ່ໃຫ້ຂຽນໃບເບີກເຄື່ອງໃຫ້ຫ້ອງການບໍລິຫານອອກໄປຈັດຊື້ມາໃຫ້);
- ວາງແຜນ ແລະ ຕິດຕາມໜ້າວຽກປະຈຳວັນໃຫ້ກັບຄົນສວນ, ຊ່ວຍແມ່ຄົວໃນການວາງແຜນເມນູອາຫານປະຈຳອາທິດ;
- ຂື້ນແຜນຈັດຊື້ ອາໄຫລ່ ແລະ ອຸປະກອນຕ່າງໆປະຈຳປີໃຫ້ພາກສ່ວນ ບຳລຸງຮັກສາ ແລະ ສ້ອມແປງແຄັມ;
- ອະນາໄມລ້າງແອ ແລະ ພັດລົມດູດອາກາດທຸກ 3 ເດຶອນຢູ່ໃນແຄັມ ແລະ ສະຖາທີ່ຕ່າງໆທີ່ຫົວໜ້າມອບໝາຍໃຫ້;
- ກວດເຊັກ ແລະ ສ້ອມແປງຫ້ອງນອນ,ຫ້ອງນ້ຳ ເມື່ອມີການເປ້ເພ ແລະ ອຸປະກອນເຄື່ອງໃຊ້ຕ່າງໆໃນຫ້ອງ;
- ກວດເຊັກ ແລະ ສ້ອມແປງລະບົບໄຟ ໃນບໍລິເວນແຄັມ ແລະ ປ້ອມຍາມທະຫານ 3 ຈຸດ;
- ກວດເຊັກອຸປະກອນຕ່າງໆຢູ່ໃນແຄັມປະຈຳອາທິດເຊັ່ນ: ດອກໄຟໃນອາຄານ ແລະ ນອກອາຄານ, ພັດລົມດູດອາກາດ ແລະ ປ້ຳນ້ຳ;
- ກວດເຊັກເຈນໝ້າແຄັມປະຈຳອາທິດ, ເບີ່ງແຍງຄວາມສະອາດໃນບໍລິເວນແຄັມ;
- ຊ່ວຍວຽກຂະແໜງໄຟຟ້າ ເຊັ່ນ: ໃນການອະນາໄມຕາຂ່າຍ 22 KV ແລະ 115 KV;
- ປະຕິບັດໜ້າທີ່ຕາມການມອບໝາຍໃຫ້ຂອງໜົວໝ້າສາຍງານ.
🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ
• ຊັ້ນສູງ ຫຼື ປະລິນຍາຕີ ສາຂາ ໄຟຟ້າ ແລະ ສາຂາ ອື່ນໆທີ່ກ່ຽວຂ້ອງ;
• ມີປະສົບການໃນການເຮັດວຽກຢ່າງໜ້ອຍ 02 ປີ ດ້ານການບຳລຸງຮັກສາ-ສ້ອມແປງໄຟຟ້າທົ່ວໄປ ແລະ ພົວພັນພາຍນອກ.
📁 ທັກສະ ແລະ ຄວາມສາດທີ່ຕ້ອງການ
• ມີຄວາມສາມາດໃນການນຳໃຊ້ ພາສາອັງກິດໄດ້ດີ;
• ສາມາດນຳໃຊ້ Microsoft Offices ໃນລະດັບດີ;
• ມີບຸກຄະລິກກະພາບດີ ແລະ ມະນຸດສຳພັນດີ;
• ມີຄວາມອົດທົນ, ຄວາມຊື່ສັດ ແລະ ສາມາດຮັກສາຄວາມລັບໄດ້;
• ມີຄວາມຮັບຜິດຊອບ ແລະ ຫ້າວຫັນຕໍ່ໜ້າວຽກສູງ;
• ມີສຸຂະພາບແຂງແຮງ, ສາມາດເຮັດວຽກນອກເວລາໄດ້ ແລະ ເດີນທາງໄປຕ່າງແຂວງ-ຕ່າງປະເທດໄດ້.
💰 ດ້ານສະຫວັດດີການ ພະນັກງານ
- ປະຈຳ ຢູ່ພາສະໜາມ ບໍລິສັດ ຮັບຜິດຊອບ ອາຫານ 3 ຄາບ/ມື້, ມີທີ່ພັກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນແຄ້ມ, ມີລົດຮັບ-ສົ່ງ ພະນັກງານ ເວລາໄປວຽກ ແລະ ວັນພັກຮອບ, ມີເງິນອຸດໜູນຫ່າງໄກບ້ານ, ເຮັດວຽກຄົບ 49 ວັນພັກ 7 ວັນ;
- ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ມີກວດສຸຂະພາບປະຈໍາປີຟຣີ, ມີປະກັນສັງຄົມ, ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ມີວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກເນື່ອງຈາກອຸປະຕິເຫດແຮງງານ 90 ວັນ/ປີ ແລະ ມີວັນພັກອື່ນໆຕາມວັນພັກທາງລັດຖະການ;
- ເຮັດວຽກວັນຈັນ-ວັນສຸກ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
- ກົດເຂົ້າລິ້ງນີ້ https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
- ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້
ປິດຮັບ:
15 ມີນາ 2025