
ຕໍາແຫນ່ງ: ພະນັກງານ ກົດໝາຍ, ປະຈໍາ ບໍລິສັດ ຈະເລີນເຊກອງຄາບອນ ຈໍາກັດ
💼 ໜ້າທີ່ຮັບຜິດຊອບຫຼັກ
• ຄົ້ນຄວ້ານິຕິກຳທາງກົດໝາຍທີ່ພົວພັນກັບເອກະສານ ຫຼື ບັນຫາສຳຄັນພາຍໃນບໍລິສັດ;
• ຮ່າງ ແລະ ປັບປຸງເອກະສານທາງກົດໝາຍ ຫຼື ນິຕິກຳຕ່າງໆຂອງບໍລິສັດ;
• ໃຫ້ຄໍາຄິດເຫັນທາງກົດໝາຍທີ່ເປັນປະໂຫຍດໃຫ້ບໍລິສັດ ເພື່ອການບໍລິຫານຈັດການທີ່ດີໃນອົງການ;
• ຄຸ້ມຄອງ ແລະ ບໍລິຫານເອກະສານນິຕິກຳຂອງບໍລິສັດ, ລວມທັງການພົວພັນກັບ ພາຍນອກ ແລະ ການກະກຽມເອກະສານທີ່ຈຳເປັນໃຫ້ບໍລິສັດ;
• ຕິດຕໍ່ພົວພັນ ແລະ ປະສານງານກັບພາກສ່ວນພາຍນອກຕາມແຕ່ກໍລະນີ;
• ຊ່ວຍບໍລິສັດໃນການແກ້ໄຂບັນຫາທາງກົດໝາຍຕ່າງໆ;
• ປະຕິບັດວຽກງານອື່ນໆຕາມການມອບໝາຍໃນບໍລິສັດ.
🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ
• ລະດັບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາກົດໝາຍ;
• ມີປະສົບການຢ່າງໜ້ອຍ 01ປີ ຂື້ນໄປ
📁 ທັກສະ ແລະ ຄວາມສາດທີ່ຕ້ອງການ
• ບໍ່ຈໍາກັດເພດ ແລະ ອາຍຸ
• ຖ້າມີບັດທະນາຍຄວາມຈະພິຈາລະນາພິເສດ
• ສາມາດສື່ສານ ແລະ ແປເອກະສານລາວ-ອັງກິດ ຫຼື ພາສາອື່ນໆໄດ້
• ສາມາດອອກວຽກຕ່າງແຂວງໄດ້
• ສາມາດນໍາໃຊ້ຄອມພິວເຕີຂັ້ນພື້ນຖານໄດ້;
• ສຸຂະພາບາບແຂງແຮງດີ
• ມີຄວາມຊື່ສັດ, ມີຈັນຍາບັນ, ມີມະນຸດສຳພັນດີ ແລະ ມີຄວາມອົດທົນ
• ມີຄວາມກະຕືລືລົ້ນ, ແລະ ສາມາດເຮັດວຽກເປັນທີມ.
💰 ດ້ານສະຫວັດດີການ ພະນັກງານ
• ປະຈຳ ຢູ່ພາສະໜາມ ບໍລິສັດ ຮັບຜິດຊອບ ອາຫານ 3 ຄາບ/ມື້, ມີທີ່ພັກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນແຄ້ມ, ມີລົດຮັບ-ສົ່ງ ພະນັກງານ ເວລາໄປວຽກ ແລະ ວັນພັກຮອບ, ມີເງິນອຸດໜູນຫ່າງໄກບ້ານ, ເຮັດວຽກຄົບ 49 ວັນພັກ 7 ວັນ;
• ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ມີກວດສຸຂະພາບປະຈໍາປີຟຣີ, ມີປະກັນສັງຄົມ, ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ມີວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກເນື່ອງຈາກອຸປະຕິເຫດແຮງງານ 90 ວັນ/ປີ ແລະ ມີວັນພັກອື່ນໆຕາມວັນພັກທາງລັດຖະການ;
• ເຮັດວຽກວັນຈັນ-ວັນສຸກ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
• ກົດເຂົ້າລິ້ງນີ້ https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
• ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້