
ຕໍາແຫນ່ງ: ຜູ້ຊ່ວຍວຽກ ຫ້ອງການ-ບໍລິຫານ ໂຄງການ
💼 ໜ້າທີ່ຮັບຜິດຊອບຫຼັກ
• ປະສານງານ ແລະ ເຮັດວຽກຮ່ວມກັບ ຫ້ອງການບໍລິຫານ, ຫນ່ວຍງານເງິນ, ຫນ່ວຍງານຄຸ້ມ ຄອງບຸກຄະລາກອນ ແລະ ຄຸ້ມຄອງການເງິນ ຕິດຕາມລາຍຮັບ-ລາຍຈ່າຍຂອງໂຄງການ, ຄຸ້ມຄອງບຸກຄະລາກອນ ແລະ ຄຸ້ມຄອງຊັບສິບ ແລະ ພາຫາ ນະຂອງໂຄງການ;
• ອໍານວຍຄວາມສະດວກ ແລະ ຮັບຜິດຊອບໃນການຂຶ້ນແຜນງົບປະມານ ສໍາລັບ ກິດຈະກໍາຍ່ອຍ ຂອງໂຄງການ FPLP- NEM ເພື່ອນໍາສະເຫນີຫາ ຂະແຫນງ ປົກປັກຮັກສາປ່າໄມ້ ແລະ ປັບປຸງຊີວິດການເປັນຢູ່ ສໍານັກງານໃຫຍ່ ເພື່ອກວດກາ ແລະ ອະນຸມັດ;
• ປະສານງານ ທັງພາຍໃນ ແລະ ພາຍໃນນອກ ກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ;
• ອໍານວຍຄວາມສະດວກ ໃນການກະກຽມຈັດກອງປະຊຸມຕ່າງໆ;
• ຮັບຜິດຊອບການຄຸ້ມຄອງ ແລະ ຕິດຕາມ ການບໍາລຸງຮັກສາ ພາຫານະ ແລະ ຊັບສິນຂອງໂຄງການ FPLP–NEM;
• ຜູ້ຊ່ວຍ ບໍລິຫານ - ການເງິນໂຄງການ ຈະຕ້ອງໄດ້ເຮັດວຽກຮ່ວມກັບ ການເງິນຂອງເຂື່ອນໄຟຟ້ານໍ້າອີມູນ ເພື່ອຕິດຕາມການໃຊ້ຈ່າຍງົບປະມານຂອງໂຄງການ FPLP;
• ຂຶ້ນແຜນງົບປະມານ ສໍາລັບ ການເບີກຈ່າຍເງິນ ອັດຕາກິນ ແລະ ຊຸກຍູ້ແຮງງານ ຄະນະຊີ້ນໍາໂຄງການ, ຄະນະປະຈໍາພາກສະຫນາມ,ອົງການຈັດຕັ້ງບ້ານ;
• ຜູ້ຊ່ວຍວຽກ ບໍລິຫານ, ບຸກຄະລາກອນ ແລະ ການເງິນໂຄງການ ຕ້ອງໄດ້ເຮັດວຽກຮ່ວມກັບຄະນະທິມງານວິຊາການປະຈໍາສະຫນາມ ສໍາລັບ ການລາຍງານປະຈໍາ ອາທິດ, ປະຈໍາເດືອນ ແລະ ປະຈໍາປີ;
• ລົງຕິດຕາມສະພາບການຈັດຕັ້ງປະຕິບັດ ກິດຈະກໍາຂອງໂຄງການ ຮ່ວມກັບ ຄະນະວິຊາການປະຈໍາສະຫນາມ ແລະ ລາຍງານເປັນປະຈໍາ;
• ປະຕິບັດວຽກງານອື່ນໆ ຕາມການມອບຫມາຍຂອງຫົວຫນ້າສາຍງານ
🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ
• ຈົບຊັ້ນສູງ ຫລື ປະລິນຍາຕິ ສາຂາ ບໍລິຫານທຸລະກິດ, ການເງິນ, ສິ່ງແວດລ້ອມ ຫຼື ທີ່ກ່ຽວຂ້ອງ;
• ມີປະສົບການຢ່າງຫນ້ອຍ 2 ປີ ດ້ານການບໍລິຫານ, ບຸກຄະລາກອນ ແລະ ການເງິນ;
• ມີປະສົບການໃນການເຮັດວຽກພົວພັນກັບພາກລັດ
📁 ທັກສະ ແລະ ຄວາມສາດທີ່ຕ້ອງການ
• ມີຄວາມສາມາດນໍາໃຊ້ Microsoft Office Word, Excel, PowerPoint & Outlook;
• ມີແນວຄິດລິເລີ່ມ, ສາມາດບໍລິຫານຈັດການ ແລະ ຈັດສັນຫນ້າວຽກໄດ້ດີ ມີຄວາມຂະຫຍັນ, ອົດທົນ ແລະ ຄວາມຊື່ສັດສູງ;
💰 ດ້ານສະຫວັດດີການ ພະນັກງານ
• ປະຈຳ ຢູ່ພາສະໜາມ ບໍລິສັດ ຮັບຜິດຊອບ ອາຫານ 3 ຄາບ/ມື້, ມີທີ່ພັກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນແຄ້ມ, ມີລົດຮັບ-ສົ່ງ ພະນັກງານ ເວລາໄປວຽກ ແລະ ວັນພັກຮອບ, ມີເງິນອຸດໜູນຫ່າງໄກບ້ານ, ເຮັດວຽກຄົບ 49 ວັນພັກ 7 ວັນ;
• ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ມີກວດສຸຂະພາບປະຈໍາປີຟຣີ, ມີປະກັນສັງຄົມ, ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ມີວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກເນື່ອງຈາກອຸປະຕິເຫດແຮງງານ 90 ວັນ/ປີ ແລະ ມີວັນພັກອື່ນໆຕາມວັນພັກທາງລັດຖະການ;
• ເຮັດວຽກວັນຈັນ-ວັນສຸກ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
• ກົດເຂົ້າລິ້ງນີ້ https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
• ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້