
ຕຳແໜ່ງ: ວິສະວະກອນ PLC & SCADA
ຝ່າຍ: ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ
ປະຈຳ ເຂື່ອນໄຟຟ້າ ນ້ຳອີມູນ, ເມືອງ
ດາກຈອງ, ແຂວງ ເຊກອງ
💼 ໜ້າທີ່ຮັບຜິດຊອບຫຼັກ
- ການຕິດຕັ້ງ ແລະ ການຕັ້ງຄ່າ: ການຕິດຕັ້ງອຸປະກອນ SCADA
ແລະ ການຕັ້ງຄ່າມັນເພື່ອຕິດຕໍ່ສື່ສານກັບເຊັນເຊີ, ຕົວຄວບຄຸມລະບົບ PLC, Relay ແລະ
ອຸປະກອນອື່ນໆພາຍໃນໂຮງຈັກ;
- ການຕິດຕາມຂໍ້ມູນ: ການຕິດຕາມຂໍ້ມູນໃນເວລາຈິງຈາກເຊັນເຊີ
ແລະ ອຸປະກອນເພື່ອຮັບປະກັນວ່າລະບົບເຄື່ອງເຮັດວຽກພາຍໃນ ຄ່າກໍານົດການໃວ້ທີ່ປອດໄພ
ແລະ ມີປະສິດທີພາບ;
- ການແກ້ໄຂບັນຫາແລະການບໍາລຸງຮັກສາ: ການວິນິດໄສ ແລະ
ແກ້ໄຂບັນຫາກັບລະບົບ SCADA ແລະ ຮາດແວ ແລະ ຊອບ ແວທີ່ກ່ຽວຂ້ອງ,
ປະຕິບັດການບໍາລຸງຮັກສາເປັນປົກກະຕິ ເພື່ອຮັກສາລະບົບການເຮັດວຽກ,
ປະສານງານກັບພະນັກງານບໍາລຸງ ຮັກສາທີ່ກ້ຽວຂອງ ແລະ
ປະຕິບັດການອື່ນໆເພື່ອແກ້ໄຂບັນຫາອຸປະກອນ ແລະ ລະບົບໂດຍທັນທີ;
- ຂື້ນແຜນສ້ອມບໍາລຸງ ເຊັ່ນ: ແຜນສ້ອມອຸປະກອນທີ່ມີປັນຫາ,
ແຜນສ້ອມແປງປະຈໍາອາທິດ, ແຜນສ້ອມແປງປະຈໍາເດືອນ ແລະ ແຜນສ້ອມແປງປະຈໍາປີ;
- ບັນທຶກຂໍ້ມູນແລະການລາຍງານ: ຮັກສາບັນທຶກຂໍ້ມູນປະຫວັດ
ແລະ ສ້າງບົດລາຍງານສໍາລັບການວິເຄາະການປະຕິບັດ ແລະ ເຮັດບົດລາຍງານທຸກໆເຫດການທີ່ເກີດຂື້ນ
ແລະ ບົດລາຍງານອື່ນຕາມການມອບຫມາຍຂອງຫົວຫນ້າສາຍງານ;
- ການຮ່ວມມື: ຮ່ວມມືກັບວິສະວະກອນ, ຫົວຫນ້າຫນ່ວຍງານ ໄຟຟ້າ-ກົນຈັກ-ສະຖານີ-ສາຍສົ່ງ ເພື່ອຮັບປະກັນການເຊື່ອມໂຍງວຽກງານຂອງ SCADA ກັບຫນ່ວຍງານອື່ນໃຫ້ຈອດກັນ;
- ການຝຶກອົບຮົມ: ສະຫນອງການຝຶກອົບຮົມໃຫ້ກັບພະນັກງານ ແລະ
ບຸກຄະລາກອນອື່ນໆກ່ຽວກັບການນໍາໃຊ້ທີ່ເຫມາະສົມ ໃນການດໍາເນີນວຽກງານທີ່ມີປະສິດທິພາບຂອງລະບົບ
SCADA;
- ຄວາມປອດໄພ: ການປະຕິບັດມາດຕະການຄວາມປອດໄພເພື່ອປົກປ້ອງລະບົບ
SCADA ຈາກໄວຣັດ, ຮັບປະກັນຄວາມຊື່ສັດ ແລະ ຄວາມລັບຂອງຂໍ້ມູນ;
- ຮັບຜິດຊອບສູງວຽກຄວາມປອດໄພຂອງລູກທີມງານທຸກຄົນທີ່ເຮັດວຽກຮ່ວມກັນ;
- ຮັບຜິດຊອບຈົນສໍາເລັດຂອງທຸກໆຫນ້າວຽກທີ່ຫົວຫນ້າສາຍງານມອບຫມາຍໃຫ້.
🎓
ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ
- ປະລິນຍາຕີ ວິສາວະກອນ ໄຟຟ້າ, ໄຟຟ້າ-ອີເລັກໂຕຣນິກ, ລະບົບຄວບຄຸມ PLC-SCADA ຫຼື ສາຂາອື້ນທີ່ກ້ຽວຂອງ;
- ມີຄວາມຮູ້ ແລະປະສົບການ ໃນດ້ານອຸດສະຫະກໍາ
ການວັດແທກແລະ ລະບົບຄວບຄຸ້ມອຸດສະຫະກໍາ ( ສາມາດຮູ້ໄດ້ເຖີງ ລະບົບການທຳ 11 sensor,
actuator, programmable controller, PID control, protection system);
- ມີປະສົບການ ນໍາໃຊ້ຄອມພິວເຕີ ໃນລະດັບຂັ້ນສູງ;
- ມີປະສົບການໃນໂຮງໄຟຟ້າພະລັງນໍ້າ ມາກ່ອນ ຍີ່ງເປັນການດີ;
- ສາມາດເຂົ້າໃຈຂະບວນການການຜລິດ ການແລ່ນຈັກ ການຢຸດຈັກ;
- ມີຄວາມຮູ້ ທາງດ້ານ SCADA network and control system ສາມາດ ນໍາໃຊ້ ເຄື່ອງມື :
- Omicron and Doble injection test set
- FO splicing tools
- Fluke Multimeters All engineering laptop & its software such as
protection, SCADA, Telecom, Excitation, etc...;
- Other tools in SCADA field.
📁 ເງື່ອນ
ແລະ ຄວາມສາດທີ່ຕ້ອງການ
- ສາມາດໄປເຮັດວຽກປະຈໍາຢູ່ຕ່າງແຂວງໄດ້;
- ສາມາດສື່ສານພາສາອັງກິດ ຫລື ພາສາຫວຽດນາມ;
- ສາມາດຂຽນບົດລາຍງານເປັນພາສາອັງກິດ.
💰 ດ້ານສະຫວັດດີການ
ພະນັກງານ
- ບໍລິສັດຮັບຜິດຊອບອາກອນລາຍໄດ້, ອາຫານ
3 ຄາບ/ວັນ ແລະ ທີ່ພັກໃຫ້ພະນັກງານ ແລະ
ສິ່ງອຳນວຍຄວາມສະດວກພາຍໃນແຄ້ມ, ມີເງິນຫ່າງໄກ່ບ້ານ 800,000 ກີບ/ເດືອນ, ມີປະກັນສັງຄົມ;
- ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ,
ວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກລັດຖະການຕ່າງໆ;
- ເຮັດວຽກຄົບ 21 ວັນພັກ 7 ວັນ
(ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
- ກົດເຂົ້າລິ້ງນີ້ https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ
ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ
ເພື່ອອັບໂລດເຂົ້າລະບົບ;
- ຫຼື
ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ
08 ບ້ານ ໜອງບອນ, ເມືອງ ໄຊເສດຖາ,
ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email:
Recruitment@csenergy.la ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ
ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້
ປິດຮັບ:
20 ເມສາ 2025