
ເພື່ອຊຸກຍູ້ກິດຈະກໍາ
ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກປະຈໍາປີ 2024 ເຊິ່ງກົງກັບວັນທີ 05 ມິຖຸນາ, ບໍລິສັດ ຈະເລີນເຊກອງພະລັງງານ
ຈຳກັດ (CSE) ໄດ້ມອບເງິນ
ຊຸກຍູ້ກິດຈະກຳ ໃຫ້ ຄະນະວິທະຍາສາດ ສິ່ງແວດລ້ອມ ຈໍານວນ 30,000,000 ກີບ, ຕ່າງໜ້າມອບໂດຍ
ທ່ານ ຄຳແສນ ສະມຸດວົງສາ ຮອງຜູ້ອຳນວຍການ ຝ່າຍສິ່ງແວດລ້ອມ ແລະ ສັງຄົມ, ຕ່າງໜ້າຮັບໂດຍ
ອຈ. ເເສງວິໄລວັນ ສິງທະວີຄູນ ອາຈານທີ່ປຶກສາ ອາສາສະໝັກຊີດ (SEED),
ຄະນະວິທະຍາສາດສິ່ງແວດລ້ອມ ພ້ອມດ້ວຍສະມາຊິກ.
ສໍາລັບກິດຈະກໍາສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ
(5 ມິຖຸນາ) ຄົບຮອບ 51 ປີ, ພາຍໃຕ້ຄໍາຂວັນ “ການຟື້ນຟູທີ່ດິນ,
ເພີ່ມຖິ່ນທີ່ຢູ່ອາໄສ, ຕ້ານໄພແຫ້ງແລ້ງ ແລະ ການກາຍເປັນທະເລຊາຍ” ຈັດຂື້ນທີ່ ຄະນະວິທະຍາສາດສິ່ງແວດລ້ອມ
(ວິທະຍາເຂດດົງໂດກ) ມະຫາວິທະຍາໄລແຫ່ງຊາດ,
ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ໄກສອນ ເພັງໂສພາ ຄະນະບໍດີຄະນະວິທະຍາສາດສິ່ງແວດລ້ອມ,
ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ,
ຕ່າງໜ້າຈາກກະຊວງ, ອົງການຈັດຕັ້ງສາກົນ
(EU, UNDP, MRC), ບໍລິສັດທີ່ໃຫ້ການສະໜັບສະໜູນ, ຄູອາຈານ ແລະ ນັກສຶກສາ
ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ພາຍໃນງານສະເຫຼີມສະຫຼອງ
ໄດ້ມີການຈັດກິດຈະກໍາຍ່າງເພື່ອສຸຂະພາບ,
ເກັບຂີ້ເຫຍື້ອເພື່ອຮັກສາແວດລ້ອມໃນຂອບເຂດມະຫາວິທະຍາໄລ, ປູກຕົ້ນໄມ້, ຮັບຟັງສານວັນສິ່ງແວດລ້ອມໂລກ,
ກິດຈະກໍາຖາມ-ຕອບກ່ຽວກັບສິ່ງແວດລ້ອມ ແລະ ພິທີມອບໃບກຽດຕິຄຸນໃຫ້ພາກສ່ວນທີ່ໃຫ້ການສະໜັບສະໜູນ,
ເຊີ່ງຕາງໜ້າ ບໍລິສັດ CSE ຂຶ້ນຮັບໃບກຽດຕິຄຸນໂດຍ
ທ່ານ ສີມອນ ກອງມະນີລາ ຮອງຜູ້ອໍານວຍການຝ່າຍຫ້ອງການ-ບໍລິຫານ ພ້ອມຄະນະ.
ນອກຈາກນັ້ນຍັງມີການສຳມະນາ 03 ຫົວຂໍ້ ຈາກສະຫະພາບ ເອີຣົບ (EU) ເຊັ່ນ: ຫົວຂໍ້ “ຫວນຄືນສະພາບສາກົນຂອງການຮ່ວມມືຂອງສະຫະພາບເອຣົບ, ການຄ້າກັບບັນດາປະເທດຄູ່ຮ່ວມມື ແລະ ການຮ່ວມມືຂອງສະຫະພາບເອີຣົບຢູ່ໃນລາວ” ຫົວຂໍ້ “ການຕ້ານການເປັນທະເລຊາຍ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ” ແລະ ຫົວຂໍ້ “ຄວາມທ້າທາຍຂອງບັນຫາຕັດໄມ້ທໍາລາຍປ່າ ແລະ ວິທີການແກ້ໄຂບັນຫາເພື່ອຄວາມຍືນຍົງ”.
































