
ວັນທີ 1 ມິຖຸນາ 2024
ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ກະຊວງກະສິກໍາ-ປ່າໄມ້ ຮ່ວມກັບອົງການປົກຄອງນະຄອນຫຼວງວຽງຈັນ
ໄດ້ຈັດພິທີປູກຕົ້ນໄມ້ແຫ່ງຊາດຂຶ້ນ ທີ່ເຂດບ້ານໂພສີ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ,
ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີ
ກະຊວງກະສິກໍາ-ປ່າໄມ້, ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວງຈັນ,
ມີການນໍາຈາກບັນດາກະຊວງ, ອົງການປົກຄອງນະຄອນຫຼວງ, ເຈົ້າເມືອງ-ຮອງເຈົ້າເມືອງ,
ຫ້ອງການປົກຄອງອ້ອມຂ້າງ, ພໍ່ແມ່ປະຊາຊົນ, ຄູ່ອຈານ, ນ້ອງນັກຮຽນ ແລະ
ບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ຈະເລີນເຊກອງພະລັງງານ
ຈໍາກັດ (CSE) ໃນນາມບໍລິສັດດ້ານພະລັງງານສະອາດ
ກໍ່ໄດ້ເຂົ້າຮ່ວມກິດຈະກໍາປູກຕົ້ນໄມ້ໃນຄັ້ງນີ້, ເຊິ່ງນໍາພາຄະນະໂດຍ ທ່ານ ໄຊຍະເດດ
ສຸກສະຫວັດ ອໍານວຍການບໍລິສັດ CSE, ທ່ານ ປຣີຊາ ກັນທະມູນ ຜູ້ອໍານວຍການ CSE, ຄະນະຮອງຜູ້ອໍານວຍການ
ແລະພະນັກງານແຕ່ລະຂັ້ນ ຈໍາວນ 80 ກວ່າທ່ານ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ
ພາຍໃນພິທີ
ຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານຫຍໍ້ ການຟື້ນຟູ ແລະ ປູກປ່າໄມ້ໃນທົ່ວປະເທດ
ຕາມຍຸດທະສາດປ່າໄມ້ຮອດປີ 2035 ແລະ ວິໄສທັດຮອດປີ 2050 ແມ່ນປູກໄມ້ໃຫ້ໄດ້ 200,000
ເຮັກຕາ ແລະ ຟື້ນຟູປ່າໃຫ້ໄດ້ 1,800,000 ເຮັກຕາ, ເຊິ່ງປີ 2024
ທົ່ວປະເທດປະຕິບັດໄດ້ແລ້ວ 35,000,000 ເບ້ຍ ໃນເນື້ອທີ່ 42,000 ເຮັກຕາ.ຈາກນັ້ນ
ຄະນະທີ່ເຂົ້າຮ່ວມໄດ້ຮ່ວມກັນເອົາເບ້ຍໄມ້ລົງດີນ ໂດຍມີຊ່ຽວຊານຈາກກົມປ່າໄມ້
ໃຫ້ຄໍາແນະນໍາເຕັກນິກການປູກ.
ໂອກາດດັ່ງກ່າວ, ບໍລິສັດ CSE ໄດ້ມອບເງິນຊຸກຍູ້ການຈັດກິດຈະກໍາໃຫ້ຄະນະຮັບຜິດຊອບງານ ກໍ່ຄືກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ແລະ ມອບເຄື່ອງຂອງໃຊ້ຈໍາເປັນ, ອຸປະກອນການຮຽນ-ກິລາມອບໃຫ້ຄູອາການ ແລະ ນ້ອງນັກຮຽນໂຮງຮຽນ ມັດທະຍົມສົມບູນໂພໄຊ ລວມມູນຄ່າ 50,000,0000 ກີບ, ພ້ອມເຮັດກິດຈະກໍາຖາມ-ຕອບ ເພື່ອຮັບຂອງລາງວັນຈາກບໍລິສັດ CSE ກ່ຽວກັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ.





























