
ຕອນບ່າຍວັນທີ 14 ພະຈິກ 2024, ເວລາ 14:30 ໂມງ ທີ່ຜ່ານມາ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE) ໄດ້ມີຂະບວນເຂົ້າຮ່ວມເເຮ່ຜາສາດເຜິ້ງທີ່ເດີ່ນພຣະທາດຫຼວງວຽງຈັນ ເເລະ ຮ່ວມໃຈກັນຖະຫວາຍຜາສາດເຜິ້ງສາມັກຄີ ໃນບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳປີ 2024 ຂຶ້ນທີ່ເດີ່ນພຣະທາດຫຼວງວຽງຈັນ, ພິທີແຫ່ຜາສາດເຜິ້ງໃນປີນີ້ ໄດ້ເຄື່ອນຍ້າຍຂະບວນແຫ່ຢູ່ວັດໜອງບອນ ແລ້ວເຂົ້າສູ່ກົມມະລຽນພະທາດຫຼວງວຽງຈັນ ເບື້ອງທິດຕາເວັນອອກ ນຳໜ້າດ້ວຍຂະບວນແຫ່ຂອງພະສົງ ສຳມະເນນ, ການນໍາພັກ-ລັດ, ອົງການຈັດຕັ້ງມະຫາຊົນ ເຖົ້າແກ່ແນວໂຮມ ໃນນັ້ນ, ບໍລິສັດ ຈະເລິນເຊກອງ ພະລັງງານ ຈຳກັດ (CSE) ກໍ່ໄດ້ຈັດຕັ້ງຂະບວນຜາສາດເຜິ້ງຂອງຕົນ ໂດຍມີ ຄະນະຜູ້ອໍານວຍການ, ຄະນະຝ່າຍ ແລະ ພະນັກງານ CSE ເຂົ້າຮ່ວມຢ່າງເປັນຂະບວນຄືກຄື້ນມ່ວນຊື່ນ. ໂດຍຂະບວນການແຫ່ຜາສາດເຜິ້ງໄດ້ເຄື່ອນຜ່ານປະຕູໂຂງດ້ານສະໜາມຫຼວງ ແລ້ວແຫ່ອ້ອມພະທາດຫຼວງວຽງຈັນ 3 ຮອບ, ຈາກນັ້ນກໍ່ໄດ້ຖວາຍຜາສາດເຜິ້ງ ຟັງທໍາມະເທດສະໜາ 1 ກັນ ແລະ ກາບໄຫວ້ສັກກະລະບູຊາພະທາດຫຼວງວຽງຈັນ ແລ້ວຖືເປັນການສິ້ນສຸດພິທີ.

















