CSE ມອບເງິນຊ່ວຍເຫຼືອໂຄງການປັບປຸງ ຍົກລະດັບໂຮງຮຽນອະນຸບານ - ລ້ຽງເດັກ ແລະ ຂະຫຍາຍໂຮງຮຽນປະຖົມຂອງລັດວິສາຫະກິດໄຟຟ້າລາວ
20 ທັນວາ 2024

ໃນວັນທີ 20 ທັນວ2024 ທີ່ຫ້ອງການສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ, ບໍ​ລິ​ສັດ ຈ​ະ​ເລີນ​ເຊກອງ ພະ​ລັງ​ງານ ຈຳ​ກັດ (CSE) ຕາງໜ້າໂດຍ ​​ທ່ານ ລິດສະໝີ ລາຊະວົງ ຮອງ​ປະ​ທານຄະນະຜູ້ບໍລິຫານງານບໍລິສັດ CSE ໄດ້​ມອບເງິນຈຳນວນ 600,000,000 ກີບ ໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ (ຟຟລ), ເຊິ່ງຕາງໜ້າຮັບ​ໂດຍ ​ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອໍານວຍການໃຫຍ່ ຟຟລ ພ້ອມດ້ວຍຄະນະ.    

ຈຸດປະສົງຂອງການມອບເງິນຊ່ວຍເຫຼືອໃນຄັ້ງນີ້ ແມ່ນເພື່ອປະກອບສ່ວນເຂົ້າໃນໂຄງການປັບປຸງ-ຍົກລະດັບໂຮງຮຽນອະນຸບານ-ລ້ຽງເດັກ ແລະ ຂະຫຍາຍໂຮງຮຽນປະຖົມ ຂອງ ລັດວິສາຫະກິດໄຟຟ້າລາວ ທີ່ມີອາຍຸການນໍາໃຊ້ມາຫຼາຍສິບປີ ແລະ ເກົ່າແກ່-ຊຸດໂຊມຕາມໄລຍະເວລາ ໃຫ້ສາມາດອໍານວຍຄວາມສະດວກ ແກ່ການຮຽນ-ການສອນ ປະກອບສ່ວນເຂົ້າໃນວຽກງານຂະແໜງການສຶກສາໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ໃນໂອກາດນີ້, ທ່ານ ປອ ອາຄົມເດດ ວົງໄຊ ໄດ້ສະແດງຄວາມຂອບໃຈມາຍັງ ຄະນະບໍລິຫານງານ ຂອງບໍລິສັດ CSE ທີ່ໄດ້ໃຫ້ການສະໜັບສະໜູນທຶນການຊ່ວຍເຫຼືອ ໃນຄັ້ງນີ້, ເຊິ່ງມີຄວາມຈຳເປັນທີ່ສຸດໃນການຍົກສູງຄຸນະພາບການສຶກສາຂັ້ນຕົ້ນໃຫ້ມີຄວາມເເຂງເເຮງ ແລະ ອວຍພອນໄຊ ມາຍັງ ຄະນະບໍລິຫານງານ ຂອງບໍລິສັດ CSE ສືບຕໍ່ດຳເນີນທຸລະກິດໃຫ້ໄດ້ຮັບຜົນສໍາເລັັດ ມີຄວາມເຂັ້ມແຂງຮອບດ້ານ ໃນການສະໜອງພະລັງງານຮັບໃຊ້ເສດຖະກິດ-ສັງຄົມ ຂອງຊາດ ຢ່າງຍືນຍົງ.