LDB+CSE ຮ່ວມໃຈ ຈັດກິດຈະກໍາ ມອບຄວາມອົບອຸ່ນ ຫົ່ມຮັກ ຕ້ານໄພໜາວ

LDB+CSE ຮ່ວມໃຈ ຈັດກິດຈະກໍາ ມອບຄວາມອົບອຸ່ນ ຫົ່ມຮັກ ຕ້ານໄພໜາວ

ໃນວັນທີ 30 ພະຈິກ 2021 ທີ່ຜ່ານມາ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ພ້ອມດ້ວຍຄະນະຈາກ ທະນາຄານ ພັດທະນາລາວ ນຳໂດຍທ່ານ ສິດທິສອນ ເພບພາສີ ປະທານສະພາບໍລິຫານງານ ທະນາຄານ ພັດທະນາລາວ ຮ່ວມກັນຈັດກິດຈະກຳ:  LDB+CSE ມອບຄວາມອົບອຸ່ນ ຫົ່ມຮັກ ຕ້ານໄພໜາວ, ເພື່ອມອບເຄື່ອງນຸ່ງຫົ່ມ-ບັນເທົາໄພໜາວ ໃຫ້ແກ່ປະຊຸມຊົນ ໃນເຂດບ້ານ ດາກໂຈມ ແລະ ບ້ານ ຕຣັງໂບຣງ ເມືອງ ດາກຈຶງ ແຂວງ ເຊກອງ, ທັງ 2 ບ້ານ ແມ່ນຢູ່ໃນເຂດຂອງໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳອີມູນ, ເຊິ່ງໃນໄລຍະທີ່ຜ່ານ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳອີມູນ ກໍ່ຄືບໍລິສັດ CSE ພວກເຮົາໄດ້ໃຫ້ເອົາໃຈໃສ່ ແລະ ຊ່ວຍເຫຼືອ-ຊຸກຍູ້ ທາງດ້ານສາທາລະນຸປະໂພກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງໄດ້ແນ່ໃສ່ສົ່ງເສີມວິຊາຊີບ ເຊິ່ງໂຄງການຂອງເຮົາ ກຳລັງສຸມໃສ່ 7 ກິດຈະກຳຫຼັກ ປະກອບມີ: ການສະໜອງແນວພັນໝູລາດ, ໄກ່ລາດ, ປູກກ້ວຍ, ມັນຕົ້ນ, ບຸກເບີກພື້ນທີ່ເຮັດນາ ແລະ ປູກພືດສວນຄົວ  ໃຫ້ພໍ່ແມ່ປະຊາຊົນ ໃນເຂດໃກ້ຄຽງໂຄງການໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ປົວແປງຖະໜົນຫົນທາງ ເພື່ອອຳນວຍຄວາມສະດວກໃນການໄປ-ມາ ໃນຊີວິດປະຈຳວັນ.

ສຳລັບເຄື່ອງທີ່ນໍາໄປມອບໃນຄັ້ງນີ້ ປະກອບມີ: ເຄື່ອງອຸປະໂພກ-ບໍລິໂພກ, ຜ້າຫົ່ມ, ເຄື່ອງນຸ່ງຫົ່ມກັນໜາວ ລວມມູນຄ່າ 30.000.000 ກີບ.

 

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la