ມອບເງິນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ໃນຕອນບ່າຍວັນທີ 01 ເມສາ 2022 ເວລາ 15:00 ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ຕາງໜ້າໂດຍທ່ານ ສີຫຸນ ສິດທິລືໄຊ ຮອງປະທານອາວຸໂສ ບໍລິສັດ ຈະເລີນເຊກອງພະລັງງານ ຈໍາກັດ ພ້ອມດ້ວຍຄະນະ ໄດ້ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການຊື່ສານ, ຢູ່ທີ່ສໍານັກງານຂອງກະຊວງເຕັກໂນໂລຊີ ແລະ ການຊື່ສານ, ຈຳນວນ 100.000.000 ກີບ, ໃຫ້ກຽດກ່າວຮັບໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະພັກກະຊວງ, ຫົວໜ້າກົມຄື້ນຄວາມຖີ່, ກະຊວງເຕັກໂນໂລຊີ ແລະ ການຊື່ສານ  ພ້ອມຄະນະ.

ໃນໂອກາດນີ້, ທ່ານ ສີຫຸນ ສິດທິລືໄຊ ສະແດງຄວາມຊົມເຊີຍ, ຂໍານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການຊື່ສານ ອັນມີຄວາມໝາຍຄວາມສໍາຄັນ, ທີ່ຈະຈັດຂຶ້ນໃນມໍ່ໆນີ້ ພ້ອມອວຍພອນໃຫ້ກອງປະຊຸມດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ. ຈາກນັ້ນ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງບໍລິສັດໃນຄັ້ງນີ້ ແລະ ໄດ້ມອບໃບກຽດຕິຄຸນ ພ້ອມອວຍພອນໃຫ້ບໍລິສັດ ເຄື່ອນໄຫວທຸລະກິດໃຫ້ປະສົບຜົນສຳເລັດ, ບັນລຸຕາມເປົ້າໝາຍວາງໄວ້, ເພື່ອເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດໃຫ້ຈະເລີນຮຸ່ງເຮືອງ

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la