ບໍລິສັດ ຈະເລີນ ເຊກອງພະລັງງານ ຈຳກັດ ມອບເຄື່ອງໃຊ້ຫ້ອງການໃຫ້ກະຊວງພະລັງງານ ແລະ ບໍ່ແຮ່

          ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານກະຊວງພະລັງງານ ແລະ ບໍ່ແຮ່, ໃນຕອນເຊົ້າວັນທີ 1 ກັນຍາ 2022 ບໍລິສັດ ຈະເລີນເຊກອງ ພະລັງງານ ຫຼື CSE ໄດ້ມອບເຄື່ອງໃຊ້ເອເລັກໂທນິກ ປະກອບມີ Surface Pro X SQ2 ພ້ອມອຸປະກອນຄົບຊຸດຈຳນວນ 2 ຊຸດ ແລະ ປິນເຕີ້ HP Smart Tank 615 1 ເຄື່ອງ (ລວມມູນຄ່າ 204,936 ບາດ). ກະຊວງພະລັງງານ ແລະ ບໍ່ແຮ່ ຕ່າງໜ້າມອບໂດຍ ຫ້ອງການບໍລິຫານ ບໍລິສັດ CSE, ໃຫ້ກຽດຮັບໂດຍ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການກະຊວງໂອກາດດັ່ງກ່າວນີ້.
          ໃນໂອກາດນີ້, ທ່ານ ຄໍາໂສ້ ກຸໂພຄໍາ ໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດ ຈະເລີນເຊກອງ ພະລັງງານ ທີ່ໄດ້ຮັບການສະໜັບສະໜູນເຄື່ອງໃຊ້ຄອມພິວເຕີ Surface ໃນຄັ້ງນີ້, ເຊິ່ງມີຄວາມຈຳເປັນທີ່ສຸດໃນການຍົກສູງຄຸນະພາບການເຮັດວຽກຂອງພະນັກງານ, ໃນຕໍ່ໜ້າຄະນະຈະນຳໄປໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ອວຍພອນມາຍັງຄະນະບໍລິຫານ ບໍລິສັດ CSE ສືບຕໍ່ດຳເນີນທຸລະກິດໃຫ້ໄດ້ຮັບຜົນກຳໄລປະກອບສ່ວນຄັບເຄື່ອນເສດຖະກິດ, ສ້າງສາພັດທະນາປະເທດຊາດກາຍເປັນບໍລິສັດນໍາພາດ້ານພະລັງງານຕາມແນວທາງທິດຄາດໝາຍເອົາໄວ້.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la