ກອງປະຊຸມ ສະຫຼຸບຜົນການດຳເນີນທຸລະກິດ ປະຈຳປີ 2018 ແລະ ວາງແຜນການດຳເນີນທຸລະກິດ ປະຈຳປີ 2019

ກອງປະຊຸມ ສະຫຼຸບຜົນການດຳເນີນທຸລະກິດ ປະຈຳປີ 2018 ແລະ ວາງແຜນການດຳເນີນທຸລະກິດ ປະຈຳປີ 2019 ຂອງບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດ ຜູ້ດຽວ ແລະ ບັນດາທຸລະກິດໃນເຄືອ. ໃນວັນທີ 1 ເມສາ 2019, ທີ່ ບໍລິສັດຈະເລີນ ເຊກອງ ກຣຸບ ຈຳກັດຜູ້ດຽວ, ເມືອງ ປາກເຊ ແຂວງ ຈຳປາສັກ. ໃນກອງປະຊຸມດັ່ງກ່າວ ໄດ້ສະຫຼຸບແຜນການດຳເນີນທຸລະກິດ ພາຍໃນປີ 2018 ຂອງບັນດາບໍລິສັດໃນເຄືອ ກໍຄື ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ແລະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ.ນອກຈາກນັ້ນ, ຍັງໄດ້ວາງແຜນການດຳເນີນທຸລະກິດ ປະຈຳປີ 2019 ເພື່ອໃຫ້ການດຳເນີນທຸລະກິດ ມີມາດຕະຖານທີ່ກ້າວໄກ ແລະ ບັນລຸຕາມເປົ້າໝາຍທີ່ໄດ້ວາງໄວ້.

 

 

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la