ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ລົງຕິດຕາມກວດກາດ້ານເຕັກນິກ ທີ່ເຂື່ອນໄຟຟ້າ ນໍ້າກົງ 2

ໃນວັນທີ 24-26 ມິຖຸນາ 2019 ທີ່ຜ່ານມາ ກົມຄຸມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະທີມງານກອງເລຂາ ກວດກາເຂື່ອນຂະໜາດໃຫຍ່ ຮ່ວມກັບຊ່ຽວຊານຈາກປະເທດອົດສະຕາລີ ທ່ານ ອາລ ອາເມດ-ເຊກິ, ປະເທດນິວຊີແລນ ທ່ານ ຈອນ ອັນເດີຮິວ ແລະ ທ່ານ ເລ້ ພົມມະລິນ ວິຊາການກົມຄຸ້ມຄອງພະລັງງານ ໄດ້ລົງຕິດຕາມກວດກາ ດ້ານເຕັກນິກທີ່ພົວພັນກັບຄວາມປອດໄພຂອງເຂື່ອນ ໃນກອບໜ້າວຽກການກວດກາສຸກເສີນຄວາມປອດໄພຂອງເຂື່ອນໄຟຟ້າ ນໍ້າກົງ 2 ທີ່ ບ້ານລະມ໋ອງ, ເມືອງພູວົງ, ແຂວງ ອັດຕະປື. ໃນການລົງຕິດຕາມໃນຄັ້ງນີ້ແມ່ນໄດ້ກວດ ປະຕູນໍ້າເຂົ້າ ເພື່ອເບິ່ງຄວາມປອດໄພຂອງອຸປະກອນທີ່ນຳໃຊ້, ເຂື່ອນດິນ ເພື່ອກວດກາເບິ່ງສະພາບຂອງການປ່ຽນແປງ, ການຊຸດໂຕ, ການຮົ່ວຊຶມຕ່າງໆ, ເຂື່ອນຫຼັກ ແມ່ນກວດສະພາບລວມຂອງລະບົບເຂື່ອນຫຼັກ, ອຸປະກອນ, ໂຄງສ້າງ, ປະຕູປິດ-ເປີດ, ສະພາບຂອງເຂື່ອນຫຼັກ ແລະ ອຸມົງກ້ອງເຂື່ອນຫຼັກ ເພື່ອກວດແຮງດັນ ແລະ ການຮົ່ວຊຶມຂອງນໍ້າ. ນອກຈາກການກວດກາແລ້ວ  ທີມງານກວດກາເຂື່ອນຍັງໄດ້ໃຫ້ຄຳແນະນຳເພີ່ມເຕີມ ໂດຍການກວດກາຈຸດດັ່ງກ່າວເປັນປະຈຳ ເພື່ອເປັນການຮັບປະກັນຄວາມປອດໄພ ແລະ ຫຼີກລ່ຽງອຸບັດຕິເຫດຕ່າງໆທີ່ອາດຈະຕາມມາ

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la