ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການພັດທະນາພະລັງງານແສງຕາເວັນ ແບບປະສົມປະສານ ກັບເຂື່ອນໄຟຟ້ານ້ຳກົງ 2 ແລະ ນ້ຳກົງ 3

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໂຄງການພັດທະນາພະລັງງານແສງຕາເວັນ ແບບປະສົມປະສານ ກັບເຂື່ອນໄຟຟ້ານ້ຳກົງ 2 ແລະ ນ້ຳກົງ 3 ຢູ່ເຂດເມືອງ ພູວົງ , ແຂວງ ອັດຕະປື

ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ

ໃນວັນທີ 05 ມີນາ 2021 ເວລາ 15:00 ໂມງ ຢູ່ທີ່ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໂຄງການພັດທະນາພະລັງງານແສງຕາເວັນ ແບບປະສົມປະສານ ກັບເຂື່ອນໄຟຟ້ານ້ຳກົງ 2 ແລະ ນ້ຳກົງ 3 ຢູ່ເມືອງ ພູວົງ , ແຂວງ ອັດຕະປື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ, ໂດຍການໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ ມີບັນດາທ່ານຜູ້ຕາງໜ້າຈາກກະຊວງ ແຜນການ ແລະ ການລົງທຶນ,  ກະຊວງ ພະລັງງານ ແລະ ບໍ່ແຮ່, ການນຳແຂວງ ອັດຕະປື ແລະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)ໃນຄັ້ງນີ້ ສຳລັບຕາງໜ້າທາງລັດຖະບານ ໃຫ້ກຽດລົງນາມ ໂດຍ ທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ແລະ ຮ່ວມລົງນາມເປັນສັກຂີພະຍານໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ສູນນະຄອນ  ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ອັດຕະປື,  ສ່ວນຕາງໜ້າຈາກທາງບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ລົງນາມລາຍເຊັນໂດຍ ທ່ານ ລິດສະຫມີ ລາດຊະວົງ ຮອງປະທານບໍລິສັດ ແລະ ລົງນາມເປັນສັກຂີພະຍານໂດຍ ທ່ານ ໂພໄຊ ພົມມະຈັນ ຮອງ ຜອ ຝ່າຍ ພັດທະນາ ແລະ ກໍ່ສ້າງໂຄງການ.

ໂຄງການພະລັງງານແສງຕາເວັນແບບປະສົມປະສານ (Hybrid)  ນໍ້າກົງ 2, 3 ເປັນອີກໜຶ່ງໂຄງການທີ່ສຳຄັນຂອງ CSE ເພື່ອເພີ່ມປະສິດທິພາບ ໃຫ້ແກ່ການຜະລິດພະລັງງານນໍ້າ ຂອງເຂື່ອນໄຟຟ້ານ້ຳກົງ 2 ທີ່ມີກຳລັງການຕິດຕັ້ງ 66 MW ແລະ ເຂື່ອນໄຟຟ້ານ້ຳກົງ 3 ທີ່ມີກຳລັງການຕິດຕັ້ງ 54 MW ຖືວ່າເປັນການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດປະໂຫຍດສູງສຸດ, ສ້າງລາຍຮັບທີ່ເປັນເງິນຕາເຂົ້າມາໃນປະເທດເພີ່ມຂຶ້ນ ໂດຍພະລັງງານຂອງໂຄງການພະລັງງານແສງຕາເວັນ ຈຳນວນ 220 MWp ຈະຖືກເຊື່ອມຕໍ່ເຂົ້າສະຖານີຮ່ວມກັບເຂື່ອນໄຟຟ້ານໍ້າກົງ 2, ນໍ້າກົງ 3 ເພື່ອສົ່ງຂາຍໄຟຟ້າໃຫ້ກັບ ລັດວິສາຫະກິດໄຟຟ້າ ແຫ່ງ ສສ ຫວຽດນາມ ຫຼື EVN ຕາມຄາດໝາຍແມ່ນ ທ້າຍປີ 2021 ນີ້.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la