ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມອບເງິນຊຸກຍູ້ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ

ໃນຕອນບ່າຍ ຂອງວັນທີ 05 ເມສາ 2021 ຢູ່ທີ່ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ນຳໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງປະທານ ບໍລິສັດ ພ້ອມດ້ວຍຄະນະ ໄດ້ມອບເງິນຈຳນວນ 50,000,000 ກີບ ເພື່ອຊຸກຍູ້ຂະບວນການວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (ວັນທີ 14 ເມສາ 1955-14 ເມສາ 2021), ເຊິ່ງໃຫ້ກຽດກ່າວຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ.

ໃນໂອກາດດັ່ງກ່າວ ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດ ທີ່ໄດ້ປະກອບສ່ວນຊຸກຍູ້ມາໃນຄັ້ງນີ້, ໃນນັ້ນກໍໄດ້ເລົ່າມູນເຊື້ອການເຮັດວຽກງານ ການຈັດຕັ້ງປະຕິບັດຊາວໜຸ່ມຕັ້ງແຕ່ຕົ້ນ ຈົນເຖິງປະຈຸບັນ ໃນພາລະບົດບາດອັນສຳຄັນຂອງວຽກງານການຈັດຕັ້ງຊາວໝຸ່ມ ຫືຼື ການປະສົບຜົນສຳເລັດໃນໜ້າທີ່ວຽກງານຊາວໝຸ່ມ ແລະ ກອງປະຊຸມສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄັ້ງທີ 2 ສະໄໝທີ VIII ທີ່ໃກ້ຈະມາເຖິງໃນໄວໆນີ້ ໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້. ພ້ອມດຽວກັນນັ້ນ, ທ່ານ ອາລຸນໄຊ ສູນນະລາດ ຍັງໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ການຊຸກຍູ້ຊ່ວຍເຫຼືອ ຂະບວນການຊາວໜຸ່ມໃນຄັ້ງນີ້ ແລະ ຈະນຳເອົາເງິນຈຳນວນດັັ່ງກ່າວ ອຳນວຍຄວາມສະດວກ ຫຼື ສ້າງໂອກາດໃຫ້ແກ່ບັນດາຊາວໜຸ່ມເຍົາວະຊົນລຸ້ນໃໝ່ ເພື່ອໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ ແລະ ຍັງໄດ້ອວຍພອນໄຊໃຫ້ບໍລິສັດ ປະສົບຄວາມສຳເລັດ ຕໍ່ການປະຕິບັດວຽກງານຕ່າງໆ ທີ່ໄດ້ວາງເປົ້າໝາຍໄວ້ ແລະ ຈະເລີນເຕີບໃຫຍ່ອອກສູ່ສາຍຕາສາກົນ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la