ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດມອບເງິນ ຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກະຊວງ ພະລັງງານ ແລະ ບໍ່ແຮ່

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມອບເງິນ ຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ III  ຂອງອົງຄະນະພັກ ກະຊວງ ພະລັງງານ ແລະ ບໍ່ແຮ່

 

ໃນຕອນເຊົ້າວັນທີ 04 ຕຸລາ 2021 ເວລາ 10:15 ຢູ່ທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ນຳໂດຍ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ຈຳນວນ 200.000.000 ກີບ, ໃຫ້ກຽດກ່າວຮັບໂດຍ ທ່ານ ປອ. ດາວວົງ ພອນແກ້ວ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍມີຄະນະນຳ ຂອງກະຊວງ ເຂົ້າຮ່ວມເປັນສັກຂີພະຍານ.

ໃນໂອກາດນີ້ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນອັນສຳຄັນຂອງບໍລິສັດໃນຄັ້ງນີ້ ພ້ອມທັງໃຫ້ທິດຊີ້ນຳ ແລະ ອວຍພອນໃຫ້ບໍລິສັດ ເຄື່ອນໄຫວທຸລະກິດ ໂດຍສະເພາະໃນຂະແໜງການຜະລິດພະລັງງານ ໃຫ້ປະສົບຜົນສຳເລັດ ແລະ ບັນລຸຕາມເປົ້າໝາຍວາງໄວ້, ເພື່ອເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດໃຫ້ຈະເລີນຮຸ່ງເຮືອງ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la