ການແຂ່ງຂັນກິລາມິດຕະພາບ ລະຫວ່າງ ຄະນະກຳມາທິການ ເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ

ໃນວັນທີ 4 ເມສາ 2019 ຄະນະກຳມາທິການ ເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ສ້າງກິດຈະກຳການແຂ່ງຂັນ ກິລາບານເຕະ ຮ່ວມກັນ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ມິດຕະພາບຂອງ ທັງສອງພາກສ່ວນ, ເຊິ່ງການແຂ່ງຂັນກິລາບານເຕະມີທັງທີມຍິງ ແລະ ທີມຊາຍ ສຳລັບຜົນການແຂ່ງຂັນນັ້ນ ທີມຊາຍແມ່ນສະເໜີ 5-5 ແລະ ສຳລັບທີມຍິງແມ່ນທາງ ຄະນະກຳມາທິການ ເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຊະນະ ໄປ 4ປະຕູ.​ ກິດຈະກຳຄັ້ງນີ້ແມ່ນ ເຕັມໄປດ້ວຍຄວາມເຍີກບານມ່ວນຊື່ນຂອງ ທັງສອງພາກສ່ວນ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la