ບໍລິສັດ ໄຟຟ້ານໍ້າກົງ 3 ຈຳກັດ ມອບເງິນຊ່ວຍເຫລືອ ແຂວງ ອັດຕະປື ຊ່ວຍຕ້ານ ໂຄວິດ-19

ໃນວັນທີ 8 ເມສາ 2020 ຢູ່ທີ່ ພະແນກສາທາລະນະສຸກ ແຂວງ ອັດຕະປື ບໍລິສັດ ໄຟຟ້ານໍ້າກົງ 3 ຈຳກັດ ຊຶ່ງເປັນເຂື່ອນໄຟຟ້າທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ນຳເງິນສົດ ຈຳນວນ 250.000.000 ກີບ (ສອງຮ້ອຍຫ້າສິບລ້ານກີບ) ມອບໃຫ້ ແຂວງ ອັດຕະປື ຊຶ່ງໃຫ້ກຽດຮັບໂດຍ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງ ອັດຕະປື ພ້ອມດ້ວຍຄະນະ ສະເພາະກິດປ້ອງກັນ ໂຄວິດ-19, ສຳລັບເງິນຈຳນວນດັ່ງກ່າວແມ່ນຈະນຳໃຊ້ເຂົ້າໃນການຈັດຊື້ອຸປະກອນທາງການແພດ ໂດຍສະເພາະແມ່ນ ເຄື່ອງຊ່ວຍຫາຍໃຈ ໃຫ້ກັບໂຮງຫມໍແຂວງ ເພື່ອຮັບໃຊ້ເຂົ້າໃນການຊ່ວຍປ້ອງກັນ, ຄວບຄຸມ ແລະ ປິ່ນປົວ ກໍລະນີມີການລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນແຂວງ ອັດຕະປື.

Mr Aounlar xayyasith, Vice of Attapue province has been given certificate for thanks and full support to NK3 team

 

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la