ກອງປະຊຸມສະຫຼຸບການເຄື່ອນໄຫວທຸລະກິດ ປະຈໍາປີ 2020 ແລະ ຜ່ານແຜນການດຳເນີນທຸລະກິດ ປະຈໍາປີ 2021

ກອງປະຊຸມສະຫຼຸບການເຄື່ອນໄຫວທຸລະກິດ ປະຈໍາປີ 2020 ແລະ ຜ່ານແຜນການດຳເນີນທຸລະກິດ ປະຈໍາປີ 2021ຂອງບໍລິສັດ ຈະເລີນເຊກອງ ພະລັງງານຈຳກັດ ແລະ ບັນດາບໍລິສັດໃນເຄືອ.  ໄດ້ຈັດຂຶ້ນ ໃນວັນທີ 9 ມັງກອນ 2021 ທີ່ ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ .  ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ຈັນທະໜອມ ພົມມະນີ ປະທານບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ເຂົ້າຮ່ວມໂດຍ ບັນດາຄະນະຜູ້ບໍລິຫານງານ, ທີ່ປຶກສາກິຕິມະສັກ ຂອງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ບໍລິສັດ ຊີເອັສຊີ ຄອມເພລັກ ເຊັນເຕີ ຈຳກັດຜູ້ດຽວ ແລະ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ.​ ກອງປະຊຸມໄດ້ສະຫຼຸບຜົນການດຳເນີນງານທັງໝົດໃນໄລຍະທີ່ຜ່ານມາ ປີ 2020 ແລະ ຜ່ານແຜນການດຳເນີນທຸລະກິດ ປະຈໍາປີ 2021 ເພື່ອໃຫ້ບັນລຸເປົ້າໝາຍທີ່ຄາດໄວ້.

ນອກນັ້ນຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ ຄະນະຜູ້ບໍລິຫານ ຜູ້ທີ່ມີຜົນງານດີເດັ່ນ, ແລະ ຍັງໄດ້ມີການປະກາດຂໍ້ແຂ່ງຂັນຂອງແຕ່ລະບໍລິສັດພາຍໃນເຄືອ ເພື່ອພ້ອມພາກັນດຳເນີນງານຕາມແຜນການຄາດໝາຍໃຫ້ສາມາດບັນລຸເປົ້າໝາຍທີ່ຕົນເອງວາງໄວ້ ໂດຍອີງຕາມທິດຊີ້ນຳຂອງທ່ານປະທານ

ໃນຕອນທ້າຍກອງປະຊຸມ ທ່ານປະທານຍັງໄດ້ປະກາດນະໂຍບາຍ ປະຈຳປີ 2021 ນີ້ໂດຍ ມອບໃຫ້ພະນັກງານທຸກຄົນພາຍໃນອົງກອນ ຈົ່ງຄິດແບບເປັນທຸລະກິດຂອງຕົນເອງ ” ແລະ ກ່າວປິດກອງປະຊຸມ ດ້ວຍຜົນສຳເລັດອັນຈົບງາມ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la