ການແຂ່ງຂັນກິລາຕີກ໋ອຟ ຊິງຂັນທ່ານປະທານ ຂໍ່ານັບຮັບຕ້ອນກອງປະຊຸມ ປະຈຳປີ 2020 ຂອງບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ

ໃນວັນທີ 8 ມັງກອນ 2021 ທີ່ຜ່ານມາ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ຈັດການແຂ່ງຂັນກິລາຕີກ໋ອຟ ຊິງຂັນທ່ານປະທານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມ ປະຈຳປີ 2020 ຢູ່ທີ່ເດີ່ນສະໜາມກ໋ອຟແຂວງຫຼວງພະບາງ,ໃຫ້ກຽດເຂົ້າຮ່ວມການແຂ່ງຂັນກິລາກ໋ອຟໃນຄັ້ງນີ້ໂດຍ ທ່ານ ຈັນທະໜອມ ພົມມະນີ ປະທານບໍລິສັດ ພ້ອມດ້ວຍ ຄະນະຜູ້ບໍລິຫານ ແລະ ຄະນະທີ່ປຶກສາກິຕິມະສັກ ຂອງບໍລິສັດ,  ການແຂ່ງຂັນໃນເທື່ອນີ້ ກໍ່ເພື່ອສ້າງສາຍສຳພັນ-ມິດຕະພາບທີ່ດີ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກພາຍໃນ ຂອງຄະນະຜູ້ບໍລິຫານ ແລະ ຄະນະທີ່ປຶກສາ ຂອງບໍລິສັດ ໃຫ້ມີບັນຍາກາດທີ່ເຕັມໄປດ້ວຍຄວາມຮັກແພງສາມັກຄີ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la