ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມອບເງິນ ຊຸກຍູ້ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ

ໃນວັນທີ 07/01/2021 ຢູ່ທີ່ ຫ້ອງປະຊຸມແຫ່ງຊາດ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ນຳໂດຍ ທ່ານ ຈັນທະໜອມ ພົມມະນີ ປະທານບໍລິສັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ເພື່ອຊຸກຍູ້ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ  ຈຳນວນ 1.000.000.000 ກີບ (ໜຶ່ງຕື້ກີບ), ໃຫ້ກຽດກ່າວຮັບໂດຍ ທ່ານ ສົມດີ ດວງດີ  ລັດຖະມົນຕີ ກະຊວງການເງິນ ໂດຍມີຄະນະນຳ ຂອງກະຊວງ ເຂົ້າຮ່ວມເປັນສັກຂີພະຍານ.

ໃນໂອກາດນີ້ ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນອັນສຳຄັນຂອງບໍລິສັດໃນຄັ້ງນີ້ ພ້ອມທັງໃຫ້ທິດຊີ້ນຳ ແລະ ອວຍພອນໃຫ້ບໍລິສັດ ເຄື່ອນໄຫວທຸລະກິດປະສົບຜົນສຳເລັດຕາມຈຸດປະສົງ ແລະ ເປົ້າຫມາຍທີ່ວາງໄວ້ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດໃຫ້ຈະເລີນຮຸ່ງເຮືອງ

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la