ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າກົງ 3

ໃນວັນທີ 11 ກໍລະກົດ 2020 ທີ່ຜ່ານມາ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ຢູ່ເມືອງ ພູວົງ ແຂວງ ອັດຕະປື, ໃຫ້ການຕ້ອນຮັບ ໂດຍ ທ່ານ ຈັນທະຫນອມ ພົມມະນີ ປະທານບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ພ້ອມດ້ວຍຄະນະ.
ປັດຈຸບັນ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ກຳລັງເລັ່ງໃສ່ການກໍ່ສ້າງຕົວເຂື່ອນ, ເຮືອນຈັກ, ທາງລະບາຍນໍ້າລົ້ນ ໂດຍໂຄງການມີຄວາມຄືບຫນ້າໂດຍລວມ 75%. ເຂື່ອນໄຟຟ້າດັ່ງກ່າວ ເລີ່ມລົງມືກໍ່ສ້າງມາແຕ່ເດືອນ ມັງກອນ 2018 ຄາດວ່າຈະເລີ່ມຕັນນໍ້າໄດ້ໃນເດືອນ ພະຈິກ ປີ 2020 ແລະ ທົດລອງເຄື່ອງຈັກໃນຕົ້ນປີ 2021. ເຂື່ອນໄຟຟ້ານໍ້າກົງ 3 ມີຄວາມສູງ 65 ແມັດ, ຍາວ 486 ແມັດ, ມີພື້ນທີ່ອ່າງໂຕ່ງ 646 ກິໂລຕາແມັດ ແລະ ມີເນື້ອທີ່ເກັບກັກນໍ້າ 32 ກິໂລຕາແມັດ ສາມາດເກັບນໍ້າໄດ້ 471 ລ້ານແມັດກ້ອນ
ຊຶ່ງອ່າງເກັບນໍ້າຂອງນໍ້າກົງ 3 ນອກຈາກຈະຜະລິດໄຟຟ້າໃຫ້ກັບເຂື່ອນໄຟຟ້ານໍ້າກົງ 3 ແລ້ວ ຍັງຈະຊ່ວຍເພີ່ມປະສິດທິພາບ ທາງດ້ານພະລັງງານ ໃຫ້ກັບ ເຂື່ອນໄຟຟ້ານໍ້າກົງ 2 ເພີ່ມຕື່ມຂຶ້ນອີກ 30% ໂດຍແມ່ນບໍລິສັດທີ່ປຶກສາ ພອຍຣີ ເປັນຜູ້ອອກແບບ ແລະ ຄວບຄຸມການກໍ່ສ້າງ, ລວມມູນຄ່າການລົງທຶນ 140 ລ້ານໂດລາສະຫະລັດ ອາຍຸສຳປະທານ 27 ປີ ຊຶ່ງເຂື່ອນດັ່ງກ່າວປະກອບມີ 3 ເຄື່ອງຈັກ ມີກຳລັງຕິດຕັ້ງ 54 ເມັກກະວັດສາມາດຜະລິດກະແສໄຟຟ້າໄດ້ສະເລ່ຍ 204 ກິກກາວັດໂມງຕໍ່ປີ. ພາຍຫລັງກໍ່ສ້າງສຳເລັດ ແລະ ທຳການຜະລິດຢ່າງເປັນທາງການ ຈະສົ່ງກະແສໄຟຟ້າຂາຍໃຫ້ກັບ ລັດວິສາຫະກິດໄຟຟ້າ ແຫ່ງ ສສ ຫວຽດນາມ ຫລື EVN.
ກ່ອນຫນ້ານັ້ນ, ຄະນະຍັງໄດ້ໄປຢ້ຽມຢາມ ເຂື່ອນໄຟຟ້ານໍ້າກົງ 2 ທີ່ມີກຳລັງການຜະລິດ 66 ເມັກກະວັດ ມູນຄ່າການກໍ່ສ້າງ 142 ລ້ານໂດລາສະຫະລັດ ເລີ່ມຜະລິດກະແສໄຟຟ້າ ແລະ ສົ່ງຂາຍ ໃຫ້ ລັດວິສາຫະກິດໄຟຟ້າລາວ ໃນປີ 2018. ເຂື່ອນໄຟຟ້ານໍ້າກົງ 2 ໄດ້ສຳເລັດການເຊັນສັນຍາຊື້-ຂາຍໄຟຟ້າກັບ EVN ແລະ ຈະສົ່ງຂາຍພະລັງງານໄຟຟ້າໃຫ້ກັບ EVN ໃນອະນາຄົດອັນໃກ້ນີ້.
ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຫນ້າວຽກແຕ່ລະດ້ານ ໂດຍໄດ້ເນັ້ນໃຫ້ເອົາໃຈໃສ່ມາດຕະຖານເຕັກນິກ ຮັບປະກັນຄວາມປອດໄພເປັນສຳຄັນ ທັງເຊື່ອຫມັ້ນວ່າ ເຂື່ອນໄຟຟ້ານໍ້າກົງ 2, ນໍ້າກົງ 3 ຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄື ແຜນພັດທະນາ ເສດຖະກິດ-ສັງຄົມຂອງຊາດ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la