ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ຈັດກິດຈະກຳບານເຕະ ຮ່ວມກັບ ທະນາຄານ ພັດທະນາລາວ

ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ຈັດກິດຈະກຳບານເຕະ ຮ່ວມກັບ ທະນາຄານ ພັດທະນາລາວ

ໃນວັນພຸດ 11/08/2021 ຢູ່ທີ່ ເດີ່ນບານເຕະເຟີຣາຣີ ນະຄອນຫຼວງວຽງຈັນ, ໄດ້ມີກິດຈະກຳບານເຕະຊາຍລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຮ່ວມກັບ ທະນາຄານພັດທະນາລາວ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສູນທອນ ສິນທະປະເສີດ ຮອງຜູ້ອຳນວຍການ ທະນາຄານ ພັດທະນາລາວ, ທ່ານ ຟອງສະມຸດ ດວງໃຈ ຜູ້ອໍານວຍການຝ່າຍການເງິນ ແລະ ທ່ານ ວິໄຊ ສີສົມຫວັງ ຜູ້ອໍານວຍການຝ່າຍ ພັດທະນາ ແລະ ກໍ່ສ້າງໂຄງການ ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ພ້ອມດ້ວຍພະນັກງານຂອງທັງສອງພາກສ່ວນເຂົ້າຮ່ວມ.

ກິດຈະກຳແຂ່ງຂັນກິລາບານເຕະ ຈັດຂື້ນເພື່ອສ້າງມິດຕະພາບ ແລະ ຮັດແໜ້ນຄວາມສາມັກຄີ ລະຫວ່າງບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ທະນາຄານ ພັດທະນາລາວ. ສຳລັບຜົນການແຂ່ງຂັນໃນຄັ້ງນີ້ ແມ່ນທີມບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ສາມາດເອົາຊະນະທີມຂອງທະນາຄານ ພັດທະນາລາວ ໄປໄດ້ 6-3. ຫຼັງຈາກສິ້ນສຸດກິດຈະກຳບານເຕະແລ້ວ ກໍ່ໄດ້ມີພາເຂົ້າສາມັກຄີ ແລະ ມ່ວນຊື່ນຮ່ວມກັນ ຂອງທັງສອງຝ່າຍ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la