ບໍລິສັດຈະເລີນເຊກອງ ພະລັງງານ ຈໍາກັດ ມອບເງິນຈໍານວນ 1 ຕື້ 200 ລ້ານກີບຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກແຂວງຈໍາປາສັກ.

ວັນທີ 18 ພຶດສະພາ 2020 ນີ້, ທີ່ຫ້ອງວ່າການແຂວງຈຳປາສັກ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ໄດ້ມອບເງິນຈໍານວນ 1.200.000.000 ກີບ ໃຫ້ ແຂວງຈຳປາສັກ ເພື່ອຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຈໍາປາສັກ, ມອບໂດຍທ່ານ ສົມສະໜິດ ສຸວັນນະລາດ ຮອງປະທານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ, ທ່ານ ສະໝານ ມີບຸນ ຜູ້ອຳນວຍຝ່າຍບໍລິຫານ ຫ້ອງການ ແລະບຸກຄະລາກອນ, ໃຫ້ກຽດກ່າວຮັບໂດຍ ທ່ານ ປອ. ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la