ການສ້າງຂະບວນການແຂ່ງຂັນກິລາເຕະບານມິດຕະພາບ (ຊາຍ) ລະຫວ່າງ CSE ແລະ EDL (ຄັ້ງທີ II)

          ໃນວັນທີ 22 ສິງຫາ 2022 ທີ່ເດີ່ນເຕະບານ Ferrari FC, ໄດ້ມີກິດຈະກໍາກິລາບານເຕະຊາຍ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE) ແລະ ບໍລິສັດ ລັດວິສາຫະກິດ ໄຟຟ້າລາວ ຈໍາກັດ (EDL) ຄັ້ງທີ່ II ຂຶ້ນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປຣີຊາ ກັນທະມູນ ຮອງປະທານ ບໍລີສັດ CSE ແລະ ທ່ານ ສາວັນດອນ ທໍາມະວົງ ຫົວໜ້າສູນ National Control Center ບໍລິສັດ EDL, ພ້ອມດ້ວຍທີມງານ ແລະ ນັກກິລາທັງສອງຝ່າຍ.

          ກິດຈະກຳແຂ່ງຂັນບານເຕະໃນຄັ້ງນີ້ ຖືກຈັດຂຶ້ນເປັນຄັ້ງທີ່ II, ເພື່ອເສີມຂະຫຍາຍມິດຕະພາບ ແລະ ຮັກແໜ້ນຄວາມສາມັກຄີ ລະຫວ່າງ ສອງອົງກອນ ກໍ່ຄືບໍລິສັດ CSE ແລະ EDL ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ສ່ວນຜົນການແຂ່ງຂັນແມ່ນ ທີມນັກກິລາຂອງ EDL ສາມາດເອົາຊະນະ ທີມ CSE ໄປໄດ້ 04-03.

          ພາຍຫຼັງຈົບການແຂ່ງຂັນແລ້ວ, ທັງສອງຝ່າຍກໍ່ໄດ້ຮ່ວມກິນເຂົ້າສາມັກຄີ ແລະ ມອບລາງວັນ ຢ່າງເປັນຂະບວນຝົດຝື້ນມ່ວນຊື່ນຢ່າງເປັນກັນເອງ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la