ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພບັນດາແຂວງພາກໃຕ້

ໃນວັນທີ 08-13 ກັນຍາ 2019 ຕາງໜ້າບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ພ້ອມດ້ວຍບໍລິສັດໃນເຄືອ ຊີເອັສຊີ ຄອມເພຼັກ ເຊັນເຕີ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພບັນດາແຂວງພາກໃຕ້ ເຊິ່ງລວມມີແຂວງ: ເຊກອງ, ອັດຕະປື, ຈຳປາສັກ, ສາລະວັນ ແລະ ແຂວງ ເຊກອງ.
ໃນວັນທີ 08 ກັນຍາ 2019, ໄດ້ມອບເຄື່ອງໃຫ້ຜູ້ປະສົບໄພນໍ້າຖ້ວມ ທີ່ຫ້ອງວ່າການແຂວງ ເຊກອງ ຕາງໜ້າຮັບໂດຍທ່ານ ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ແຂວງ ເຊກອງ
ໃນວັນທີ 09 ກັນຍາ 2019 ໄດ້ມອບເຄື່ອງໃຫ້ແກ່ຜູ້ປະສົບໄພ ແຂວງ ຈຳປາສັກ ທີ່ສະໂມສອນແຂວງຈຳປາສັກ ຫຼັກ 4 ຕາງໜ້າມອບຮັບໂດຍ ທ່ານ ຄຳໃສ ໝື່ນຫຼວງ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍ ທ່ານ ອ່ອນສາ ວົງສຳພັນ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ.
ໃນວັນທີ 10 ກັນຍາ 2019 ໄດ້ມອບເຄື່ອງໃຫ້ແກ່ຜູ້ປະສົບໄພ ແຂວງ ອັດຕະປື ທີ່ຫ້ອງການພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ອັດຕະປື ຕາງໜ້າຮັບໂດຍ ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ.
ໃນວັນທີ 11 ກັນຍາ 2019 ໄດ້ມອບເຄື່ອງໃຫ້ແກ່ຜູ້ປະສົບໄພ ແຂວງ ສາລະວັນ ທີ່ຫ້ອງວ່າການ  ແຂວງ ສາລະວັນ ຕາງໜ້າຮັບໂດຍ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງ ແຂວງ ສາລະວັນ ພ້ອມດ້ວຍ ຄະນະກຳມະການ ປ້ອງກັນ ແລະ ຄວບຄຸມໄພພິບັດ.
ໃນວັນທີ 12 ກັນຍາ 2019 ໄດ້ມອບເຂົ້າສານ ແລະ ອາຫານແຫ້ງ ຈຳນວນ 500​ ຊຸດ ໃຫ້ແກ່ຜູ້ປະສົບໄພ ເມືອງ ດາກຈຶງ ແຂວງ ເຊກອງ ທີ່ຫ້ອງວ່າການ  ເມືອງ ດາກຈຶງ ຕາງໜ້າຮັບໂດຍ ທ່ານ ໄລສວນ ມິດສຸວັນ ກຳມະການພັກ ແຂວງ ເຊກອງ ເລຂາພັກເມືອງ ເຈົ້າເມືອງ ເມືອງ ດາກຈຶງ ພ້ອມດ້ວຍ ທ່ານ ໜູເພັດ ຈັນທະມາດ ສະມາຊິກສະພາ ແຂວງ ເຊກອງ ປະຈຳເມືອງ ດາກຈຶງ ຮອງເລຂາພັກ ເມືອງ ດາກຈຶງ ທີ່ຫ້ອງວ່າການ ເມືອງ ດາກຈຶງ.
ໃນວັນທີ 13 ກັນຍາ 2019 ໄດ້ມອບເຄື່ອງ ໃຫ້ແກ່ຜູ້ປະສົບໄພ ແຂວງ ຈຳປາສັກ ທີ່ສະໂມສອນແຂວງ ຫຼັກ 4 ຕາງໜ້າຮັບໂດຍ ທ່ານ ທ່ານ ບົວລິນ ວົງພະຈັນ ຮອງເຈົ້້າແຂວງ ແຂວງ ຈຳປາສັກ ພ້ອມນັ້ນ ຍັງໄດ້ແຈກຢາຍເຄື່ອງດັ່ງກ່າວ ໃຫ້ແກ່ປະຊາຊົນ ເມືອງ ປະທຸມພອນ.

 

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la