ກິດຈະກຳກິລາສາມັກຄີບານເຕະ ຮ່ວມກັບ ກົມນະໂຍບາຍ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ໃນຕອນແລງຂອງວັນສຸກ ທີ 21 ມິຖຸນາ 2019 ໄດ້ມີກິລາສາມັກຄີບານເຕະ ລະຫວ່າງ ກົມນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ພະຄະວັນ ພິດສະໄໝ ຫົວໜ້າກົມ ນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ບັນດາພະນັກງານອາວຸໂສ ແລະ ອ້າຍນ້ອງພາຍໃນກົມ  ແລະ ບໍລິສັດ ຈະເລີນເຊກອງ  ພະລັງງານ ຈຳກັດ ຕາງໜ້າໂດຍ ທ່ານ ສຸວັດ ສີສຸທຳ ຜູ້ອຳນວຍການ ຝ່າຍ ພັດທະນາໂຄງການ ພ້ອມດ້ວຍບັນດາຫົວໜ້າຝ່າຍ ແລະ ອ້າຍນ້ອງພະນັກງານ ທີ່ເດີ່ນເຕະບານ ວິກຕໍລີ ຫຼັກ 4, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.  ພາຍໃນກິດຈະກຳໄດ້ມີການແຂ່ງຂັນເຕະບານຊາຍ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ມິດຕະພາບອັນດີງາມລະຫວ່າງສອງອົງກອນ. ຜົນການແຂ່ງຂັນແຕະບານແມ່ນ ກົມນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສາມາດເອົາຊະນະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ດ້ວຍຄະແນນ 5-1. ຫຼັງຈາກສິ້ນສຸດກິດຈະກຳກິລາບານເຕະໄດ້ມີພາເຂົ້າສາມັກຄີ ແລະ ຮ່ວມມ່ວນຊື່ນ ຈາກທັງສອງອົງກອນ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la