ພິທີມອບ-ຮັບເງິນທົດແທນ ໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກ ໂຄງການ ເຂື່ອນໄຟຟ້າ ນໍ້າອີມູນ

ໃນວັນທີ 12 ກໍລະກົດ 2019, ທີ່ເຂື່ອນໄຟຟ້າ ນໍ້າອີມູນ ເມືອງ ດາກໂຈມ ແຂວງ ເຊກອງ. ໄດ້ມີພິທີມອບ-ຮັບ ເງິນທົດແທນໃຫ້ແກ່ປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າອີມູນ, ໃຫ້ກຽດເຂົ້າຮ່ວມໂດຍ ຮອງເຈົ້າແຂວງ ເເຂວງ ເຊກອງ, ຮອງເຈົ້າເມືອງ ເມືອງ ດາກໂຈມ ພ້ອມທັງຜູ້ຈັດການເຂື່ອນໄຟຟ້າ ນໍ້າອີມູນ, ພະນັກງານພາຍໃນເຂື່ອນໄຟຟ້າ ນໍ້າອີມູນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ໃນການມອບ-ຮັບເງິນທົດແທນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າອີມູນ ໃນຄັ້ງນີ້ ລວມທັງໝົດມີ 02 ​ໝູ່ບ້ານຄື: ບ້ານ ຕັງໂບຮງ ມີຈຳນວນ 10 ຄອບຄົວ, ລວມມູນຄ່າຜົນກະທົບແມ່ນ 109,350,000 ກີບ (ໜຶ່ງຮ້ອຍເກົ້າລ້ານສາມແສນຫ້າສິບພັນກີບ) ແລະ ບ້ານ ດາກໂຈມ ມີທັງໝົດ 04 ຄອບຄົວ, ລວມມູນຄ່າຜົນກະທົບທັງໝົດແມ່ນ 41,332,500 ກີບ (ສີ່ສິບເອັດລ້ານສາມແສນສາມສິບສອງພັນຫ້າຮ້ອຍກີບ). ລວມມູນຄ່າຊົດເຊີຍຜົນກະທົບທັງໝົດ ຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້າ ນໍ້າອີມູນ ໃນຄັ້ງນີ້ແມ່ນ 150,682,500 ກີບ (ໜຶ່ງຮ້ອຍຫ້າສິບລ້ານຫົກແສນແປດສິບສອງພັນຫ້າຮ້ອຍກີບ).

 

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la