ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຈັດກິດຈະກຳເຕະບານ ຮ່ວມກັບ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ

ໃນວັນສຸກ 24/07/2020 ທີ່ຜ່ານມາ ຢູ່ທີ່ ເດີ່ນບານເຕະເຟີຣາຣີ ນະຄອນຫຼວງວຽງຈັນ, ໄດ້ມີກິດຈະກຳບານເຕະຊາຍລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ກັບ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພູໂຂງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ, ທ່ານ ລິດສະໝີ ລາດຊະວົງ ຮອງປະທານບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ພ້ອມດ້ວຍພະນັກງານຂອງທັງສອງພາກສ່ວນເຂົ້າຮ່ວມ.

ກິດຈະກຳແຂ່ງຂັນບານເຕະ ຈັດຂື້ນເພື່ອມິດຕະພາບ ແລະ ຮັດແໜ້ນຄວາມສາມັກຄີ ລະຫວ່າງ ສອງອົງກອນ. ຜົນການແຂ່ງຂັນ ແມ່ນ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ສາມາດເອົາຊະນະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄປໄດ້ 5-3. ຫຼັງຈາກສິ້ນສຸດກິດຈະກຳບານເຕະແລ້ວ ກໍ່ໄດ້ມີພາເຂົ້າສາມັກຄີ ແລະ ມ່ວນຊື່ນຮ່ວມກັນ ຂອງທັງສອງຝ່າຍ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la