ກິດຈະກຳກິລາບານເຕະ ຕ້ອນຮັບປີໃໝ່ລາວ ພສ 2562 ລະຫວ່າງ ກົມທຸລະກິດພະລັງງານ ແລະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ

ເພື່ອເປັນການຕ້ອນຮັບ ປີໃໝ່ລາວ ພສ 2562, ກົມທຸລະກິດພະລັງງານ ແລະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ຈັດກິດຈະກຳ ກິລາບານເຕະຮ່ວມກັນ ໃນວັນທີ 11 ເມສາ 2019, ເພື່ອຮັດແໜ້ນມິດຕະພາຍ ແລະ ຄວາມຮັກແພງ ລະຫວ່າງ ສອງອົງກອນ. ເຊິ່ງກິດຈະກຳໃນຄັ້ງນີ້ແມ່ນເປັນການແຂ່ງຂັນເຕະບານຊາບ ເຕັມເວລາ ແລະ ຜົນການແຂ່ງຂັນແມ່ນ ທັງສອງຝ່າຍ ສະມາດຍິງສະເໝີ 4-4 ປະຕູ, ກິດຈະກຳໃນຄັ້ງນີ້ແມ່ນເຕັມໄປດ້ວຍຄວາມສຸກ ແລະ ຄວາມມ່ວນຊື່ນ ຂອງບັນດາພະນັກງານ ທັງສອງອົງກອນ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la