ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ປະກອບສ່ວນຈັດຊື້ ວັກຊີນປ້ອງກັນພະຍາດໂຄວິດ-19 ມອບໃຫ້ ກະຊວງສຶກສາທິການ ແລະ ກິລາ

ໃນຕອນບ່າຍ ວັນທີ 26 ເມສາ 2021 ຢູ່ທີ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ນຳໂດຍທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານ ບໍລິສັດ ພ້ອມດ້ວຍຄະນະ ໄດ້ຊຸກຍູ້ປະກອບສ່ວນຈັດຊື້ ວັກຊີນປ້ອງກັນພະຍາດໂຄວິດ-19 (ຊະນິດ ຊີໂນຟາມ)  ມອບໃຫ້ ກະຊວງ ສຶກສາທິການ ແລະ ກິລາ ເພື່ອສັກວັກຊີນໃຫ້ແກ່ບັນດາຄູ-ອາຈານ ໃນຂອບເຂດທົ່ວປະເທດ 40,000 ຄົນ (ຈຳນວນ 80,000 ໂດສ) ລວມມູນຄ່າ 2,000,000 ໂດລາສະຫະລັດ (ສອງລ້ານໂດລາສະຫະລັດຖ້ວນ), ໂດຍການໃຫ້ກຽດຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ແລະ ໃຫ້ກຽດຮ່ວມເປັນສັກຂີພະຍານໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ເປັນໜຶ່ງໃນບໍລິສັດ ທີ່ໄດ້ຮັບການສະໜັບສະໜູນຈາກພັກ-ລັດ ຕະຫຼອດມາ, ດ້ວຍຄວາມຮູ້ບຸນຄຸນດັ່ງກ່າວ ທາງບໍລິສັດ ຈຶ່ງປະກອບສ່ວນອຸປະຖຳໃນການຈັດຊື້ ວັກຊີນ ປ້ອງກັນ ພະຍາດໂຄວິດ-19 ຈຳນວນດັ່ງກ່າວ ເພື່ອປະກອບສ່ວນປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ໂດຍສະເພາະໃນຂົງເຂດຂະແໜງການສຶກສາ ທີ່ເປັນກົງຈັກໃນການພັດທະນາຊັບພະຍາກອນມະນຸດຂອງຊາດ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la