ພິທີເຊັນສັນຍາຮັບເໝົາກໍ່ສ້າງ ເຂື່ອນໄຟຟ້າ ນໍ້າອີມູນ

ໃນວັນທີ 28 ທັນວາ 2018 ໄດ້ມີ ພິທີເຊັນສັນຍາຮັບເໝົາກໍ່ສ້າງ ເຂື່ອນໄຟຟ້າ ນໍ້າອີມູນ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ” ເຈົ້າຂອງໂຄງການ ” ແລະ ບໍລິສັດ ຮຸ້ນສ່ວນ Song Da 5 ” ຜູ້ຮັບເໝົາ “. ທີ່ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ.

ພິທີເຊັນສັນຍາດັ່ງກ່າວເຂົ້າຮ່ວມໂດຍ ທ່ານ ຈັນຖະໜອມ ພົມມະນີ ປະທານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັັດ,​ ແລະ ທ່ານ ຖາງແອງດຶກ ປະທານ ບໍລິສັດ ຮຸ້ນສ່ວນ Song Da 5, ຕົວແທນຈາກ ທັງສອງ ບໍລິສັດ ແລະ ບັນດາແຂກກິດຕິມະສັກເຂົ້າຮ່ວມ ເພື່ອເປັນສັກຂີພະຍານ.

ພາຍໃນງານ ທ່ານ ສຸວັດ ສີສຸທຳ ຫົວໜ້າ ຝ່າຍ ພັດທະນາໂຄງການ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ກ່າວລາຍງານຫຍໍ້ ຄວາມເປັນມາຂອງໂຄງການເຂື່ອນໄຟຟ້າ ນໍ້າອີມູນ ແລະ ວັດຖຸປະສົງຂອງພິທີ  ພ້ອມທັງກ່າວມີຄວາມເຫັນໂດຍ ທ່ານ ຖາງແອງດຶກ ປະທານ ບໍລິສັດ ຮຸ້ນສ່ວນ Song Da 5.

ຫຼັງຈາກນັ້ນຕາງໜ້າ ທັງສອງບໍລິສັດ ໄດ້ລົງນາມເຊັນສັນຍາ ຮັບເໝົາກໍ່ສ້າງ ເຂື່ອນໄຟຟ້າ ນໍ້າອີມູນ ຢ່າງເປັນທາງການ ແລະ ພິທີເຊັນສັນຍາດັ່ງກ່າວກໍໄດ້ສິ້ນສຸດລົງໃນວັນດຽວກັນ ດ້ວຍຄວາມປຶ້ມປິຕິຍິນດີ ຂອງທັງສອງຄູ່ຮ່ວມທຸລະກິດ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la