ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມອບເງິນ ຊຸກຍູ້…

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມອບເງິນ ຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງ ແຜນການ ແລະ ການລົງທຶນ

ໃນວັນທີ 17/08/2020 ຢູ່ທີ່ ກະຊວງ ແຜນການ ແລະ ການລົງທຶນ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ນຳໂດຍ ທ່ານ ສົມສະໜິດ ສຸວັນນະລາດ ຮອງປະທານ ບໍລິສັດ ພ້ອມດ້ວຍຄະນະ ໄດ້ນຳເງິນສົດໄປມອບ ເພື່ອຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງ ແຜນການ ແລະ ການລົງທຶນ ຈຳນວນ 300.000.000 ກີບ , ໃຫ້ກຽດກ່າວຮັບໂດຍ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີຊ່ວຍວ່າການ ກະຊວງ ແຜນການ ແລະ ການລົງທຶນ ໂດຍມີຄະນະນຳ ຂອງກະຊວງ ເຂົ້າຮ່ວມເປັນສັກຂີພະຍານ.

ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນອັນສຳຄັນຂອງບໍລິສັດໃນຄັ້ງນີ້ ພ້ອມທັງໃຫ້ທິດຊີ້ນຳ ແລະ ອວຍພອນໃຫ້ບໍລິສັດ ເຄື່ອນໄຫວທຸລະກິດປະສົບຜົນສຳເລັດຕາມຈຸດປະສົງ ແລະ ເປົ້າຫມາຍທີ່ວາງໄວ້ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດໃຫ້ຈະເລີນຮຸ່ງເຮືອງ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la