ທ່ານ ນະຄອນສີ ສຸລິສັກ

ທ່ານ ນະຄອນສີ ສຸລິສັກ

  • ຫົວໜ້າ ຝ່າຍຫ້ອງການ-ບໍລິຫານ

ວັນແຕ່ງຕັັ້ງ

  • 05 ກັນຍາ 2022

ລະດັບວຸດທິການສຶກສາ / ເຝິກອົບຮົມ

  • 1999-2004 ຈົບປະລິນຍາຕີ ທີ່ມະຫາວິທະຍາໄລແຫ່ງຊາດ, ສາຂາ ວິສະວະກໍາ ໂຍທາ
  • 2010-2013 ຈົບປະລິນຍາໂທ ທີ່ມະຫາວິທະຍາໄລແຫ່ງຊາດ, ສາຂາ ພາສາຕ່າງປະເທດ-ພາສາອັງກິດ
  • 2013 ສໍາເລັດການເຝິກອົບຮົມ ຫຼັກສູດ “ການພັດທະນາ ພາວະຄວາມເປັນຜູ້ນໍາ ສູ່ຄວາມສໍາເລັດ” ທີ່ສູນ TACDO Consulting Centre, ນະຄອນຫຼວງວຽງຈັນ, ສປປ ລາວ;
  • 2013 ສໍາເລັດການເຝິກອົບຮົມ ຫຼັກສູດ ຄວາມສະເໝີພາບດ້ານບົດບາດຍິງ-ຊາຍໃນຂະແໜງການເກັບກູ້ລະເບີດ, ຄະນະກໍາມະການຄຸ້ມຄອງລະເບີດແຫ່ງຊາດ (National Regulation Authority of UXO Mine Action in Lao PDR “NRA”); ນະຄອນຫຼວງວຽງຈັນ, ສປປ ລາວ;
  • 2014 ສໍາເລັດການເຝິກອົບຮົມ ຫຼັກສູດ ການສ້າງ ແລະ ພັດທະນາບຸກຄະລາກອນ ໃຫ້ເປັນມືອາຊີບ ທີ່ ເມືອງຮີໂຣຊີມາ, ປະເທດຍີ່ປຸ່ນ (Hiroshima City, Japan);
  • 2014 ສໍາເລັດການເຝິກອົບຮົມ ຫຼັກສູດ ພາວະການເປັນຜູ້ຄຸມງານທີ່ມີປະສິດທິພາບ ແລະ ເປັນມືອາຊີບ, ອົງການເກັບກູ້ລະເບີດສາກົນແມັກ ປະຈຳ ສປປ ລາວ (Mine Advisory Group “MAG”);
  • 2015 ສໍາເລັດການເຝິກອົບຮົມ ຫຼັກສູດ ການເຂົ້າເຖິງ ແລະ ເຮັດວຽກກັບຊຸມຊົນໃຫ້ມີປະສິດທິພາບ ແລະ ທີ່ເປັນມີອາຊີບ ທີ່ສູນ TACDO Consulting Centre, ນະຄອນຫຼວງວຽງຈັນ, ສປປ ລາວ;
  • 2016 ສໍາເລັດການເຝິກອົບຮົມ ຫຼັກສູດ ການບໍລິຫານໂຄງການໃຫ້ມີຜົນສໍາເລັດ ທີ່ສູນ TACDO Consulting Centre, ນະຄອນຫຼວງວຽງຈັນ, ສປປ ລາວ;
  • 2016 ສໍາເລັດການເຝິກອົບຮົມ ຫຼັກສູດ ຄວາມສະເໝີພາບດ້ານບົດບາດຍິງ-ຊາຍໃນຂະແໜງການເກັບກູ້ລະເບີດ, ອົງການເກັບກູ້ລະເບີດສາກົນແມັກ ປະຈໍາ ສສ ຫວຽດນາມ (Mine Advisory Group “MAG” Vietnam);
  • 2017 ສໍາເລັດການເຝິກອົບຮົມ ຫຼັກສູດ ການບໍລິຫານຈັດການລະບົບມາດຕະຖານສາກົນ (International Standard Organization “ISO”) ທັງ 3 ລະບົບ, ISO-9001:2015 (Quality of Management) ລະບົບການການບໍລິຫານອົງກອນເປັນເລີດ, ISO-14001:2015 (Environmental Managemental) ລະບົບການບໍລິຫານຈັດການດ້ານສິ່ງ
  • ແວດລ້ອມ, ISO-45001:2018 (Occupation Health and Safety) ລະບົບການບໍລິຫານຈັດການດ້ານຄວາມປອດໄພ ແລະ ສຸຂະພາບ ທີ່ບາງກອກ, ປະເທດໄທ (Bangkok Thailand);
  • 2020 ສໍາເລັດການເຝິກອົບຮົມ ຫຼັກສູດລະບົບມາດຕະຖານສາກົນ “ISO-45001:2018 (Occupation Health and Safety)” ລະບົບການບໍລິຫານຈັດການດ້ານຄວາມປອດໄພ ແລະ ສຸຂະພາບ ທີ່ບາງກອກ, ປະເທດໄທ (Bangkok Thailand).

ປະສົບການເຮັດວຽກ

  • 2022 ກັນຍາ – ປະຈຸບັນ ເປັນຫົວໜ້າຝ່າຍ ຫ້ອງການ-ບໍລິຫານ, ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ;
  • 2017 – 2022 ສິງຫາ ເປັນຜູ້ຈັດການຝ່າຍບຸກຄະລາກອນ (HR Manager), ບໍລິສັດ ພີທີແອວ ໂຮນດິ້ງ ຈໍາກັດ;
  • 2014 – 2017 ເປັນຜູ້ຈັດການຝ່າຍພົວພັນຊຸມຊົນ (National Community Relation Manager), ອົງການເກັບກູ້ລະເບີດສາກົນແມັກ ປະຈຳ ສປປ ລາວ (Mine Advisory Group “MAG”);
  • 2010 – 2014 ເປັນພະນັກງານໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ, ຄະນະກໍາມະການຄຸ້ມຄອງລະເບີດແຫ່ງຊາດ (National Regulation Authority of UXO Mine Action in Lao PDR “NRA”);
  • 2006 – 2010 ເປັນພະນັກງານບໍລິຫານ ແລະ ພະນັກງານຊຸມຊົນ, ບໍລິສັດ ລ້ານຊ້າງມີນີໂລນ ຈໍາກັດ, ປະຈຳຢູ່ໂຄງການບໍ່ຄຳເຊໂປນ, ແຂວງສະຫວັນນະເຂດ;
  • 2004 – 2006 ເປັນວິສະວະກອນປະຈໍາພາກສະໜາມ (Civil Engineer), ບໍລິສັດ ເມືອງວັງພັດທະນາ ກໍ່ສ້າງຂົວ – ທາງ ຈຳກັດ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789
headoffice@csenergy.la