ພິທີເຊັນສັນຍາ ຮັບເໝົາກໍ່ສ້າງ ວຽກກົນຈັກໄຟຟ້າ ຂອງໂຄງການເຂື່ອນໄຟຟ້ານໍ້າພາກ ລະຫວ່າງ ບໍລິສັດ ຈະເລີນເຊກອງພະລັງງານ ຈໍາກັດ (CSE) ແລະ ບໍລິສັດ Voith Hydro Private Limited (VHN)

            ວັນທີ 01 ມີນາ 2023 ທີ່ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ, ໄດ້ມີພິທີເຊັນສັນຍາ ຮັບເໝົາກໍ່ສ້າງວຽກກົນຈັກໄຟຟ້າ ຂອງໂຄງການເຂື່ອນໄຟຟ້ານ້ຳພາກ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຫຼື CSE ເຈົ້າຂອງໂຄງການ ແລະ ບໍລິສັດ Voith Hydro Private Limited (ຜູ້ຮັບເໝົາ), ຕ່າງໜ້າລົງນາມຝ່າຍ CSE ໂດຍ ທ່ານ ວິໄຊ ສີສົມຫວັງ ຜູ້ອຳນວຍການ ຝ່າຍກໍ່ສ້າງ ແລະ ພັດທະນາໂຄງການ ບໍລິສັດ CSE ແລະ ຕ່າງໜ້າລົງນາມຝ່າຍ Voith ໂດຍ ທ່ານ ສິງ (D.P. Singh) ຮອງປະທານບໍລິສັດ Voith (Head of Project Execution) ໂດຍການເຂົ້າຮ່ວມເປັນພະຍານຂອງຄະນະຜູ້ບໍລິຫານຂອງ ບໍລິສັດ CSE, ບໍລິສັດ Voith Hydro Private Limited ແລະ ບໍລິສັດ ຕົ້ນນໍ້າ ພະລັງງານ ຈໍາກັດ.

            ໂຄງການເຂື່ອນໄຟຟ້ານ້ຳພາກ ມີກຳລັງຕິດຕັ້ງ 168MW ຕ້ັງຢູ່ເມືອງ ປາກຊ່ອງ ແຂວງ ຈຳປາສັກ, ໂດຍແມ່ນບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ຖືຮຸ້ນ 85%, EDL 10% ແລະ ບໍລິສັດ KOBE Green Power 5%.

           ໂຄງການດັ່ງກ່າວ ເລີ່ມກໍ່ສ້າງໃນຕົ້ນປີ 2022 ໂດຍໄດ້ເລີ່ມພັດທະນາວຽກສ້າງເສົາໄຟຟ້າ 22 kv, ສ້າງແຄ້ມ, ສຳຫຼວດທໍລະນີ-ພູມສາດ ແລະ ປະຕູນ້ຳກົນຈັກ ທໍ່ເຫຼັກ ໂດຍແມ່ນບໍລິສັດ SongDa5 ເປັນຜູ້ຮັບເໝົາ.

            ສຳຫຼັບວຽກກົນຈັກໄຟຟ້າ ແມ່ນເຫັນດີມອບໃຫ້ ບໍລິສັດ Voith India ເປັນຜູ້ຮັບເໝົາກໍ່ສ້າງ, ເຊິ່ງມີແຜນຈະໃຫ້ສຳເລັດການກໍ່ສ້າງ, ພ້ອມຜະລິດ ແລະ ຂາຍໄຟຟ້າໃຫ້ EDL ຕໍ່ຫາ EDC ພາຍໃນເດືອນ ຕູລາ 2025 ນີ້.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la