ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມອບເງິນ 500 ລ້ານກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ອັດຕະປື

ໃນວັນທີ 11 ກໍລະກົດ 2020 ທີ່ຜ່ານມາ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ນຳໂດຍ ທ່ານ ຈັນທະຫນອມ ພົມມະນີ ປະທານບໍລິສັດ ພ້ອມດ້ວຍຄະນະ ໄດ້ມອບເງິນຈຳນວນ 500.000.000 ກີບ ມອບໃຫ້ແຂວງ ອັດຕະປື ເພື່ອ​ນຳ­ໄປ​ຫມູນໃຊ້ເຂົ້າໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ ອັດຕະປື ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ຕ່າງໜ້າກ່າວຮັບໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງ ອັດຕະປື ພ້ອມດ້ວຍຄະນະນຳທັງສອງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພະຍານ.
ໄລຍະຜ່ານມາ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແມ່ນໄດ້ໃຫ້ການສະໜັບສະໜູນທຶນຮອນ ແລະ ຊ່ວຍເຫລືອ ແຂວງ ອັດຕະປື ມາໂດຍຕະຫລອດ ເປັນຕົ້ນແມ່ນ ໄລຍະໄພພິບັດເຂື່ອນແຕກ, ສະໜັບທຶນຈັດຊື້ວັດຖຸອຸປະກອນການແພດປ້ອງກັນພະຍາດ ໂຄວິດ-19 ແລະ ຊ່ວຍເຫລືອໃນເງື່ອນໄຂອື່ນໆອີກ.
ໃນໂອກາດສຳຄັນນີ້ ທ່ານ ເຈົ້າແຂວງ ແຂວງອັດຕະປື ໄດ້ຕີລາຄາສູງ ຕໍ່ທາງ ບໍລິສັດ ທີ່ໄດ້ໃຫ້ທຶນສະໜັບສະໜູນຄັ້ງນີ້ ເພື່ອຮັບໃຊ້ເຂົ້າໃນການດຳເນີນກອງປະຊຸມໃຫຍ່ໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la