CSE, CSC ແລະ LDB ຈັດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານພິທີການ

            ວັນທີ 01 ກໍລະກົດ 2023, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ບໍລິສັດ CSC Complex Center ຈຳກັດ (CSC) ແລະ ທະນາຄານ ພັດທະນາລາວ ຈໍາກັດ (LDB) ໄດ້ຈັດຝຶກອົບຮົມດ້ານພິທີການ ພາຍໃຕ້ຫົວຂໍ້ “ຄວາມຮູ້ພື້ນຖານ ກ່ຽວກັບວິທີການຈັດໂຕະອາຫານ ແລະ ມາລະຍາດເທິງໂຕະອາຫານ” ໃຫ້ພະນັກງານ ແລະ ກອງເລຂາ ເຊິ່ງຜູ້ເຂົ້າຮ່ວມທັງໝົດມີ 58 ທ່ານ, ຍິງ 49 ທ່ານ, ພາຍໃຕ້ການເປັນວິທະຍາກອນໂດຍ ທ່ານ ສີທົງ ຈິດໂຍທິນ ທີ່ປຶກສາ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ທະນາຄານ ພັດທະນາລາວ ຈໍາກັດ.

            ການຝຶກອົບຮົມຄັ້ງນີ້, ໄດ້ຮຽນຮູ້ກ່ຽວກັບພື້ນຖານກ່ຽວກັບ ວິທີການຈັດໂຕະອາຫານ, ມາລະຍາດເທິງໂຕະອາຫານ, ມາລະຍາດທາງສັງຄົມ, ການຈັດໂຕະອາຫານ, ການເສີບອາຫານ ແລະ ເຄື່ອງດື່ມ. ເຊິ່ງເປັນພື້ນຖານຂອງພິທີການ ເພື່ອເສີມສ້າງທັກສະ ສະເພາະດ້ານ ຂອງພະນັກງານ ແລະ ກອງເລຂາ ຂອງທັງສາມອົງກອນ (CSE, CSC ແລະ LDB).

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la