ກະຊວງກະສິກໍາປ່າໄມ້ ແລະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການ ຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ

          ວັນທີ 17 ກຸມພາ 2023 ທີ່ໂຮງແຮມ ລາວພຣາຊ່າ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຫົວຂໍ້ “ການຮ່ວມມືພັດທະນາໂຄງການຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ (REDD+)” ລະຫວ່າງ ກົມປ່າໄມ້ ກະຊວງກະສິກໍາປ່າໄມ້ ແລະ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE), ເພື່ອສຶກສາຄວາມເປັນໄປໄດ້ ສໍາລັບການພັດທະນາໂຄງການດັ່ງກ່າວ ໃນການຫຼຸດຜ່ອນທາດອາຍເຮືອນແກ້ວ, ຕາງໜ້າ ກະຊວງກະສິກໍາປ່າໄມ້ ໂດຍ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ແລະ ຕາງໜ້າ ບໍລິສັດ CSE ແມ່ນທ່ານ ລິດສະໝີ ລາດຊະວົງ ຮອງປະທານບໍລິສັດ CSE ພ້ອມດ້ວຍຄະນະທັງສອງຝ່າຍເປັນສັກຄີພະຍານ.

          ທັງນີ້, ບໍລິສັດ CSE ເປັນໜຶ່ງໃນຜູ້ພັດທະນາໂຄງການພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານແສງຕາເວັນ ທີ່ເນັ້ນພະລັງງານສະອາດ, ຄຽງຄູ່ການພັດທະນາໂຄງການຕ່າງໆ, CSE ຍັງໄດ້ຄໍານຶງເຖິງການຫຼຸດຜ່ອນຜົນກະທົບ ຈາກພາວະໂລກຮ້ອນ ແລະ ບໍ່ສ້າງມົນລະພິດຕໍ່ສິ່ງແວດລ້ອມ ໂດຍປະຕິບັດຕາມຄໍາສັນຍາສໍາປະທານຢ່າງຮອບດ້ານ ເພື່ອຮັກສາສົມດຸນ ຂອງຊັບພະຍາກອນປ່າໄມ້ ແລະ ຊັບພະຍາກອນຕ່າງໆ ຂອງຊາດໃຫ້ມີຄວາມຢືນຍົງ.

          ດັ່ງນັ້ນ, ການເຊັນ MOU ໃນຄັ້ງນີ້ ຈຶ່ງເປັນບາດກ້າວໜຶ່ງ ໃນການພັກດັນເຮັດໃຫ້ບັນດາໂຄງການ ຫຼຸດຜ່ອນການປ່ອຍທາດອາຍເຮືອຍແກ້ວ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກ ພາວະໂລກຮ້ອນ ແລະ ມົນລະພິດທີ່ເກີດຂຶ້ນ ຈາກການດໍາເນີນໂຄງການຕ່າງໆ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la