ພິທີເຊັນສັນຍາສົ່ງການຜະລິດໄຟຟ້າພ້ອມດ້ວຍ ນິຕິກຳດ້ານການປະສານງານໃນການຜະລິດໄຟຟ້າ ແລະ ຂັ້ນຕອນການແຈ້ງພະລັງງານທີ່ມີ, ອີງຕາມສັນຍາການຊື້-ຂາຍໄຟຟ້າ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ແລະ ສູນບັນຊາການໄຟຟ້າແຫ່ງ ສສ ຫວຽດນາມ (EVNNCDC)

            ວັນທີ 04 ພຶດສະພາ 2023 ທີ່ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ, ໄດ້ມີພິທີເຊັນສັນຍາ ຜ່ານອອນລາຍ ລະຫວ່າງ ບໍລິສັດ ຈະເລີນເຊກອງພະລັງງານ ຈໍາກັດ (CSE), ບໍລິສັດຜູ້ຜະລິດໄຟຟ້າ ແລະ ສູນຄວມຄຸມການສັ່ງການໄຟຟ້າແຫ່ງຊາດ ສສ ຫວຽດນາມ “EVNNLDC” (ຜູ້ຮັບໄຟຟ້າ), ຕ່າງໜ້າຝ່າຍ CSE ໂດຍ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານງານ ບໍລິສັດ CSE ແລະ ຕ່າງໜ້າຝ່າຍ ສູນຄວມຄຸມການສັ່ງການໄຟຟ້າແຫ່ງຊາດ ສສ ຫວຽດນາມ (EVNNLDC)  ໂດຍ ທ່ານ Nguyen Duc Ninh ຜູ້ອຳນວຍການໃຫ່ຍ A0 ສູນບັນຊາການໄຟຟ້າແຫ່ງ ສສ ຫວຽດນາມ (EVNNLDC) ແລະ ທ່ານ Nguyen Danh Son ຜູ້ອຳນວຍການໃຫຍ່ ບໍລິສັດ ຊື້ຂາຍພະລັງງານໄຟຟ້າ ຈຳກັດ EPTC, ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຄີພະຍານ.

            ການເຊັນຂໍ້ຕົກລົງນຮ່ວມກັນໃນຄັ້ງນິ້ ປະກອບມີ: ສັນຍາການສົ່ງອອກ ວ່າດ້ວຍການຊື້-ຂາຍໄຟຟ້າຜ່ານສາຍສົ່ງນໍ້າກົງ 2, 3 ເພື່ອເປັນບ່ອນອີງໃຫ້ແກ່ການປະສານງານຂອງທັງສອງຝ່າຍ;  ຄູ່ມືການປະສານງານ ແລະ ຄູ່ມືການຄິດໄລ່ພະລັງງານ, ທັງນີ້ກໍ່ເພື່ອເຮັດໃຫ້ການຂາຍ-ຮັບຊື້ໄຟຟ້າ ຈາກສະຖານີ​ຜ່ານສາຍສົ່ງ 220kV ນ້ຳກົງ2, 3 – ສາຍສົ່ງ Bo Y, ທັງສອງຝ່າຍໄດ້ລົງນາມໃຫ້ຄຳໝັ້ນສັນຍາປະຕິບັດຕາມຂັ້ນຕອນ ແລະ ລະບຽບການສົ່ງລະບົບໄຟຟ້າຂອງຫວຽດນາມ, ຂໍ້ກຳນົດ, ລະບຽບການອື່ນໆທີ່ກ່ຽວຂ້ອງ ແລະ ເງື່ອນໄຂທັງໝົດທີ່ໄດ້ກຳນົດໄວ້.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la