ກວດສຸຂະພາບປະຈຳປີ 2023 ຂອງພະນັກງານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE)

            ເພື່ອປະຕິບັດນະໂຍບາຍ, ສະຫວັດດິການຂອງ ບໍລິສັດ ຈະເລີນເຊກອງພະລັງງານ ຈໍາກັດ (CSE), ເຮັດໃຫ້ກັບພະນັງງານໄດ້ມີການຕິດຕາມກວດກາສຸຂະພາບ, ຮ່າງການຂອງຕົນ ຢ່າງເປັນປົກກະຕິ-ຕໍ່ເນື່ອງ, ໃນວັນທີ 22 ມິຖຸນາ 2023, ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ຫຼື CSE ໄດ້ຈັດງານກິດຈະກຳກວດສຸຂະພາບປະຈໍາປີໃຫ້ແກ່ ພະນັກງານທົ່ວບໍລິສັດ, ໂດຍທ່ານໝໍ ແລະ ພະຍາບານ ຈາກ ສູນການແພດ ເວດສະພົງ.

            ຜູ້ເຂົ້າຮ່ວມກວດສຸຂະພາບປະຈໍາປີໃນຄັ້ງນີ້ ປະກອບມີ: ຄະນະທີ່ປຶກສາ, ຄະນະບໍລິຫານງານ, ອໍານວຍການ, ຄະນະຝ່າຍ ຕະຫຼອດຮອດພະນັກງານທຸກຂັ້ນທີ່ປະຈໍາຢູ່ ສໍານັກງານໃຫຍ່ ບໍລິສັດ CSE ຈໍານວນທັງໝົດ 157 ທ່ານ, ຍິງ 69 ທ່ານ, ການກວດສຸຂະພາບແມ່ນໄດ້ຈັດຂື້ນເປັນປະຈໍາທຸກໆປີ ແລະ ພາຍຫຼັງຜົນກວດສຸຂະພາບຂອງແຕ່ລະທ່ານອອກແລ້ວ ທ່ານໝໍຜູ້ຊຽວຊານກໍ່ຈະໃຫ້ຄຳປຶກສາ, ໃຫ້ຄໍາແນະນໍາການປິ່ນປົວໃຫ້ແກ່ພະນັກງານຜູ້ທີ່ພົບບັນຫາສຸຂະພາບ ເພື່ອປິ່ນປົວໃຫ້ທັນການ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la