ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມອບເງິນສະໜັບສະໜູນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ໃຫ້ແກ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

            ໃນວັນທີ 01 ມິຖຸນາ 2023 ທີ່ ຫ້ອງການ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບໍ​ລິ​ສັດ ຈ​ະ​ເລີນ​ເຊກອງ ພະ​ລັງ​ງານ ຈຳ​ກັດ (CSE) ຕ່າງໜ້າໂດຍ ​​ທ່ານ ລິດສະໝີ ລາຊະວົງ ຮອງ​ປະ​ທານບໍລິສັດ CSE ໄດ້​ມອບເງິນຈຳນວນ 100,000,000 ກີບ ເພື່ອຊຸກຢູ້ ກິດຈະກໍາສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ໃຫ້ແກ່ ກົມສິ່ງແວດລ້ອມ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເຊິ່ງຕາງໜ້າຮັບ​ໂດຍ ​ທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າ ກົມສິ່ງແວດລ້ອມ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດ້ວຍຄະນະ.

            ກິດຈະກຳສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ແມ່ນຈັດຂຶ້ນໄດ້ໃນຕອນເຊົ້າຂອງວັນທີ 03 ມິຖຸນາ 2023 ທີ່ ສວນປະຕູໄຊ (ນະຄອນຫຼວງວຽງຈັນ), ໄດ້ມີການເຜີຍແຜ່ຄວາມຮູ້ກ່ຽວກັບການຮັກສາສິ່ງແວດລ້ອມ ພາຍໃຕ້ຫົວຂໍ້ “ສິ່ງແວດລ້ອມຈະດີ ຖ້າຫຼຸດຜ່ອນການນຳໃຊ້ ປາສຕິກ Beat Plastic Pollution” ແລະ ກິດຈະກໍາຢ່າງອອກກໍາລັງກາຍເພື່ອສຸຂະພາບ, ພ້ອມທັງຈັດບູດສະແດງຜົນງານການເຄື່ອນໄຫວກ່ຽວກັບການອະນຸລັກສິ່ງແວດລ້ອມຂອງບັນດາກົມ, ອົງການຈັດຕັ້ງມະຫາຊົນ-ສາກົນ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la