ບໍລິສັດ ຈະເລີນເຊກອງ ພະລັງງານ ສະໜັບສະໜູນເຄື່ອງອຸປະກອນ ຮັບໃຊ້ພາຍໃນຫ້ອງປະຊຸມໃຫ້ແກ່ສະພາແຫ່ງຊາດ

          ໃນຕອນເຊົ້າຂອງວັນທີ 03 ຕຸລາ 2022 ທີ່ສະພາແຫ່ງຊາດ (ຕຶກໃໝ່), ບໍ​ລິ​ສັດ ຈ​ະ​ເລີນ​ເຊກອງ ພະ​ລັງ​ງານ ຈຳ​ກັດ (CSE) ຕ່າງໜ້າໂດຍ​​ທ່ານ ສິ​ຫຸນ ສິດ​ທິ​ລື​ໄຊ ຮອງ​ປະ​ທານ​ອາ​ວຸ​ໂສ ຊີ້ນໍາ​ວຽກ​ງ​ານ​ຫ້ອງ​ການ-ບໍ​ລິ​ຫານ​ຂອງ ບໍ​ລິ​ສັດ CSE ໄດ້​ມອບ​ເຄື່ອງ​ອຸ​ປະ​ກອນ​ຮັບ​ໃຊ້​ພາຍ​ໃນ​ຫ້ອງ​ປະ​ຊຸມໃຫ້​ແກ່​ສະ​ພາ​ແຫ່ງ​ຊາດ ຕາງໜ້າຮັບ​ໂດຍ​ທ່ານ ນາງ ທັດ​ສະ​ດາພອນ ຈັ​ນ​ທະ​ມາດ ຮອງ​ປະ​ທານ​ກຳ​ມາ​ທິ​ການ​ບັນ​ດາ​ເຜົ່າ ສະ​ພາ​ແຫ່ງ​ຊາ​ດ ທັງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ປະ​ຈໍາເຂ​ດ​ເລືອກ​ຕັ້ງ​ທີ 16 ແຂວງ​ເຊກອງ ເພື່ອ​ນຳ​ໄປ​ມອບ​ຕໍ່​ໃຫ້​ສະ​ພາ​ປະ​ຊາ​ຊົນ​ແຂວງ​ເຊກອງ ແລະ ສະ​ພາ​ປະ​ຊາ​ຊົນ​ ແຂ​ວງ​ອັດ​ຕະ​ປື ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ສ​ອງ​ຝ່າຍ.

          ໂອ​ກາດ​ດຽວ​ກັນ​ນີ້, ທ່ານ ນາງ ທັດ​ສະ​ດາພອນ ຈັ​ນ​ທະ​ມາດ ຮອງປະທານ ກຳມາທິການບັນດາເຜົ່າ ໄດ້​​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ສູງ ທີ່ບໍ​ລິ​ສັດ CSE ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​ຕໍ່​ສະ​ພາ​ແຫ່ງ​ຊາດ ເວົ້າລວມ ເວົ້າສະເພາະແມ່ນ ການຊ່ວຍເຫຼືອສະພາປະຊາຊົນ ແຂວງເຊກອງ ແລະ ແຂວງອັດຕະປຶ ທັງ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ ແລະ ຈໍາເປັນ​ຂອງ​ 2 ສະ​ພາ​ປະ​ຊາ​ຊົນ 2 ​ແຂວງດັ່ງກ່າວ ທີ່​ຍັງ​ຂາດ​ເຂີນ​ອຸ​ປະ​ກອນ​ຮັບ​ໃຊ້​ໃນ​ຫ້ອງ​ປະ​ຊຸມ​ຫລາຍ​ຢ່າງ; ໂອ​ກາດ​ດັ່ງ​ກ່າ​ວ, ທ່ານ ນາງ ທັດ​ສະ​ດາພອນ ຈັ​ນ​ທະ​ມາດ ຍັງ​ໄດ້​ຕາ​ງ​ໜ້າ​ໃຫ້​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ມອບ​ໃບ​ຍ້ອງ​ຍໍ​ໃຫ້ແກ່ບໍ​ລິ​ສັດ ຈ​ະ​ເລີນ​ເຊກອງ ພະ​ລັງ​ງານ ຈຳ​ກັດ ໂດຍ​ແມ່ນ​ທ່ານ ສິ​ຫຸນ ສິດ​ທິ​ລື​ໄຊ ເປັນ​ຜູ້​ຮັບ ເນື່ອງ​ຈາກ​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ປະ​ກອບ​ສ່ວນ​ຊ່ວຍ​ເຫລືອ​ອຸ​ປ​ະ​ກອນຮັບ​ໃຊ້ພາຍ​ໃນ​ຫ້ອງ​ປະ​ຊຸມ​ໃຫ້​ສະ​ພາ​ແຫ່ງ​ຊາດໃນ​ຄັ້ງ​ນີ້. ພ້ອມດຽ​ວ​ກັນ​ນີ້, ທ່ານ ສິ​ຫຸນ ສິດ​ທິ​ລື​ໄຊ ຕາງໜ້າ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ກໍ​ໄດ້​ສະ​ແດງ​ຄວາ​ມ​​ດີໃຈທີ່ໄດ້​ປະກອບສ່ວນເຂົ້າໃນວຽກງານລວມຂອງ ​ສະ​ພາ​ແຫ່ງ​ຊາດ ກໍ​ຄື​ສະ​ພາ​ປະ​ຊາ​ຊົນ​ທັງສອງ​ແຂວງ ແລະ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ການຊີ້ນໍາຂອງທັງສອງແຂວງ ທີ່ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ການຈັດຕັ້ງປະຕິບັດ ໂຄງການ ພະລັງງານໄຟຟ້າຂອງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la