CSE ຈັດຕັ້ງຝຶກອົບຮົມການປະຖົມພະຍາບານເບື້ອງຕົ້ນໃຫ້ແກ່ພະນັກງານ

ໃນຕອນເຊົ້າຂອງວັນທີ 21 ຕຸລາ 2022, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ໄດ້ຈັດຕັ້ງຝຶກອົບຮົມການປະຖົມພະຍາບານເບື້ອງຕົ້ນ (First Aid Training) ໃຫ້ພະນັກງານ, ນຳພາໂດຍ ໜ່ວຍກຸ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ເປັນວິທະຍາກອນໃຫ້ ໂດຍໃຊ້ໄລຍະເວລາເຄິ່ງມື້.

          ຈຸດປະສົງເພື່ອໃຫ້ໃຫ້ກັບພະນັງງານ CSE ຮຽນຮູ້ກ່ຽວກັບພື້ນຖານການປະຖົມພະຍາບານເບື້ອງຕົ້ນເຊັ່ນ: ການຮຽນຮູ້ກ່ຽວກັບຮ່າງກາຍ ແລະ ເລືອດ, ຮຽນຮູ້ກ່ຽວກັບວິທີດາມແຂນຂາ ການຍຶດຕຶງ ກ່ອນນຳສົ່ງໂຮງໝໍ, ຮຽນຮູ້ວິທີຊ່ວຍຄົນເຈັບໝົດສະຕິ ບໍ່ຫາຍໃຈ ການປ້ຳຫົວໃຈ (CPR) ແລະ ທົບທວນຄວາມຮູ້ຄວາມເຂົ້າໃຈຂອງຜູ້ເຂົ້າເຝິກອົບຮົມ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la