ພະນັກງານ ຂັບລົດຈົກ

Closing on: ມ.ສ. 30, 2024
ບ່ອນປະຈໍາການ: ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳອີມູນ ຝ່າຍ/ຂະແໜງ: ຫອ້ງການບໍລິຫານ
 
ລາຍລະອຽດໜ້າວຽກ ແລະ ຄວາມຮັບຜິດຊອບ

 

I.       ຄວາມຮັບຜິດຊອບຫຼັກ:

1.        ກວດເຊັກຫ້ອງຄວບຄຸມການເຮັດວຽກ,ເຄື່ອງຈັກ,ຖັງນ້ຳມັນເຊື້ອເພີງ, ຖັງນ້ຳມັນໄຮໂດລິກ,ນ້ຳໜັກຖ່ວງ,ປ້ຳໄຮໂດລິກ,ຄອນໂທວາລົວ,ມໍເຕີສະວິງ ແລະ ອື່ນໆ

2.        ເຊັກສ່ວນທີ່ໃຊ້ໃນການຂັບເຄື່ອນທີ່ເຊັ່ນ: ປະເພດດຕີນແທັກ,ລູກລອກລ່າງ,ລູກລອກເທິງ, ເຟືອງຂັບໂສ້,ລໍ້ນຳໂຊ້ ແລະ ແຜ່ນແທັກ ແລະ ເຊັກແທັກເຟມໃຫ້ມີຄວາມແຂງແຮງ ແລະ ສາມາດຮັບນ້ຳໜັກຂອງເຄື່ອງຈັກໄດ້;

3.        ເຊັກຄວາມສະອາດຂອງລົດທັງພາຍໃນ ແລະ ພາຍນອກໃຫ້ພ້ອມໃຊ້ງານຢູ່ຕະຫຼອດເວລາ;

4.        ຖ້າລົດປະເພດລໍ້ຢາງແມ່ນໃຫ້ເຊັກມໍເຕີຂັບ,ເຟື່ອງທ້າຍ,ເຊັກລົມຢາງທຸກລໍ້ລົດ,ຊຸດບັງຄັບລ້ຽວລໍ້ໜ້າ,ພວງມະໄລໃຫ້ເໝາະສົມກັບສະພາບທີ່ໃຊ້ງານໃດ້;

5.        ກວດເຊັກແຜງຄວບຄຸມ ອຸປະກອນຕ່າງໆ, ລະບົບເບກ,ລະບົບຊ່ວງລ່າງຕ່າງໆ ແລະ ລະບົບໄຟສັນຍານ;

6.        ສຶກສາເສັ້ນທາງ ຫຼື ວາງແຜນ ການເດີນທາງທີ່ຜູ້ບັງຄັບບັນຊາການສັ່ງການ;

7.        ເຊັກເລກໄມ ກ່ອນ ແລະ ຫຼັງການນຳໃຊ້ລົດໂດຍການຈົດບັນທຶກປະຈຳວັນ;

8.        ຫຼັງຈາກທີ່ນຳໃຊ້ລົດແລ້ວຄວນເຊັກເບິ່ງນ້ຳມັນເຊື້ອເພີງ ຄວາມສະອາດຂອງລົດເພື່ອໃຫ້ພ້ອມໃຊ້ງານໃນວັນຕໍ່ໄປ

9.        ຮັບຜິດຊອບໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າສາຍງານ ແລະ ຜູ້ຈັດການ ກໍ່ລະນີມີເຫດສຸກເສີນ.

 

ວຸດທິການສຶກສາ ແລະ ປະສົບການ

·         ລະດັບການສຶກສາຈົບມໍ 6 ຂື້ນໄປ ມີໃບຂັບຂີ່ລົດໄຫ່ຍ ປະເພດ DC ຫຼື ABCD

·           ເພດຊາຍ ອາຍຸ 25 ປີ ຂື້ນໄປ

·           ເຄີຍຂັບລົດຈົກຕາມພາກສະໜາມໃນເສັ້ນທາງທີ່ກັນດານ ແລະ ເຄີຍເຮັດວຽກກັບໂຄງການມາກ່ອນ

ທັກສະ ແລະ ຄຸນສົມບັດ

·         ມີແນວຄິດລິເລີ່ມ ແລະ ຮຽນຮູ້ເພື່ອພັດທະນາຕົນເອງ;

·         ມະນຸດສຳພັນດີ;

·         ມີຄວາມກະຕືລຶລົ້ນ;

·         ມີຄວາມຊຶ່ສັດຕໍ່ໜ້າວຽກ, ມີລະບຽບໃນການເຮັດວຽກ ແລະ ອື່ນໆ…

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la