ພິທີປະກາດການຈັດຕັ້ງ ພະນັກງານນຳພາຂັ້ນ ຜູ້ອຳນວຍການໃຫຍ່ ຂອງບໍລິສັດ ໄຟຟ້ານ້ຳງື່ມ 3 ພາວເວີ ຈຳກັດ

          ໃນຕອນເຊົ້າຂອງວັນທີ 31 ສິງຫາ 2022 ທີ່ ບໍລິສັດ ລັດວິສາຫະກິດ ໄຟຟ້າລາວ ຈຳກັດ (ສຳນັກງານໃຫຍ່), ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານກະຊວງພະລັງງານ ແລະ ບໍ່ແຮ່ໄດ້ມີການຈັດຕັ້ງພິທີປະກາດການຈັດຕັ້ງພະນັກງານນໍາພາຂັ້ນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້ານ້ຳງື່ມ3 ພາວເວີ ຈໍາກັດ.

          ທ່ານ ທອງພັດ ອິນທະວັນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອ່ານຂໍ້ຕົກລົງ ຂອງ ລັດທະມົນຕີ ກະຊວງການເງິນ ວ່າດ້ວຍຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ ບໍລິສັດ ໄຟຟ້ານ້ຳງື່ມ3 ພາວເວີ ຈຳກັດ ພັກການຮັບອຸດໜູນບຳເນັດ ສະບັບເລກທີ 2071/ກງ, ລົງວັນທີ 11 ກໍລະກົດ 2022 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ໄຟຟ້ານ້ຳງື່ມ 3ພາວເວີ ຈຳກັດ, ສະບັບເລກທີ 1633/ກງ, ລົງວັນທີ 05 ມິຖຸນາ 2022.

          ທ່ານ ປອ ໂກມົນຈັນ ເພັດອາສາ ອາດີດຜູ້ອຳນວຍການນ້ຳງື່ມ 3 ໄດ້ກ່າວວ່າ ເຂື່ອນໄຟຟ້າ ນ້ໍາງື່ມ 3 ແມ່ນໄດ້ປະຕິບັດວຽກງານເລີ່ມແຕ່ປີ 2017 ເປັນຕົ້ນມາ ໂດຍມີຂ້າພະເຈົ້າພ້ອມດ້ວຍຄະນະ ແລະ ຄູ່ຮ່ວມພັດທະນາ ໄດ້ພ້ອມກັນພັດທະນາ ໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ທີ່ມີກໍາລັງຕິດຕັ້ງ 480MW ແລະ ສາມາດຜະລິດໄຟຟ້າສະເລ່ຍໄດ້ 2,345 Gwh ຕໍ່ປີ. ພາຍຫຼັງບໍລິສັດໄດ້ເຊັນບົດບັນທຶກຄວາມເຂົ້າດ້ວຍການຮ່ວມມື ພັດທະນາໂຄງການກັບບັນດາຂາຫຸ້ນ ສຳຫຼັບແຜນວຽກທັງໝົດ ແມ່ນເພື່ອຫັນເອົາໂຄງການ ເປັນທຸລະກິດການຜະລິດໄຟຟ້າສະເພາະ (IPP) ໃນຮູບແບບ BOT, ເຊິ່ງລວມມູນຄ່າທັງໝົດ 1,400 ລ້ານໂດລ້າສະຫາລັດ, ໂດຍມີຈຸດປະສົງ ຜະລິດໄຟຟ້າ ເພື່ອການສົ່ງອອກ ໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ພຽງຜູ້ດຽວ, ສໍາຫຼັບວຽກງານກໍ່ສ້າງເຂື່ອນ ແມ່ນໄດ້ມອບເຊັນມອບເໝົາໃຫ້ແກ່ ບໍລິສັດ SINOHYDRO ຈາກປະເທດຈີນ ເປັນຜູ້ຮັບເໝົາກໍ່ສ້າງໂຄງການ ໃນການສຳຫຼວດອອກແບບ, ຈັດຊື້-ຈັດຈ້າງ ແລະ ກໍ່ສ້າງເອງ (EPC), ເຊິ່ງໄດ້ວ່າຈ້າງ ບໍລິສັດ ທີ່ປຶກສາ Artelia ເປັນຜູ້ກວດກາເຕັກນິກ ແລະ ຄວບຄຸມຄຸນນະພາບການກໍ່ສ້າງ, ຄວາມຄືບໜ້າຂອງໂຄງການຮອດເດືອນ 08/2022 ແມ່ນປະຕິບັດໄດ້ 79,8%.

          ວຽກງານທີ່ຕ້ອງສືບຕໍ່ແມ່ນສືບຕໍ່ສະເໜີຕໍ່ສັນຍາເງິນກູ້ ແລະ ເຈລະຈາກັບທາງ EXIM ໃຫ້ປ່ອຍເງິນອອກເພື່ອຈ່າຍຄ່າກໍ່ສ້າງ, ສືບຕໍ່ວຽກງານກໍ່ສ້າງໂຄງການໃຫ້ສຳເລັດໄດ້ຕາມແຜນການຂາຍໄຟຟ້າໃຫ້ແກ່ EGAT ປະເທດໄທ, ປະສານງານກັບ ບໍລິສັດ ທີ່ປຶກສາ Artelia ເພື່ອຊຸກຍູ້ ບໍລິສັດ ຮັບເໝົາ Sinohydro ໃນການກວດກາ ການອອກແບບ ພ້ອມທັງຢັ້ງຢືນຜົນການອອກແບບດັ່ງກ່າວໃຫ້ສອດຄ່ອງຕາມມາດຕະຖານເຕັກນິກສາກົນ, ສືບຕໍ່ໃຫ້ລັດຖະບານ (ກະຊວງການເງິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່) ຊ່ວຍຊີ້ນໍາຢ່າງໃກ້ສິດ ເພື່ອເຮັດໃຫ້ໂຄງການກໍ່ສ້າງສຳເລັດຕາມແຜນທີ່ກຳນົດໄວ້, ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ໃນການກວດກາຕິດຕາມວຽກງານຢູ່ພາກສະໜາມຢ່າງເປັນປະຈໍາ ແລະ ສຸດທ້າຍແມ່ນວຽກງານກ່ຽວກັບສ່ວນອື່ນໆ ກໍ່ຕ້ອງໄດ້ສືຍຕໍ່ປະຕິບັດໃຫ້ສຳເລັດຢ່າງຮີບດ່ວນ.

          ສຸຸດທ້າຍນີ້ ທ່ານ ປອ ໂກມົນຈັນ ເພັດອາສາ ຍັງໄດ້ກ່າວຂອບໃຈ ແລະ ກໍ່ໄດ້ສິ້ນສຸດອາຍຸກະສຽນທາງລັດຖະການ ແລະ ໄດ້ຮັບໃຊ້ຢູ່ ລັດວິສາຫະກິດ ໄຟຟ້າລາວ ຕະຫຼອດ 30ປີ ແລະ ໄດ້ຮັບໃຊ້ຢູ່ ບໍລິສັດ ໄຟຟ້ານ້ຳງື່ທ 3 ພາວເວີ ຈໍາກັດ 5ປີ, ນະໂອກາດນີ້ ຂ້າພະເຈົ້າກໍ່ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານການນຳ ພັກ-ລັດ ແລະ ຂໍຂອບໃຈ ອ້າຍນ້ອງທີມງານໃນ ບໍລິສັດ ລັດວິສາຫະກິດ ໄຟຟ້າລາວ ແລະ ບໍລິສັດ ໄຟຟ້ານ້ຳງື່ທ 3 ພາວເວີ້ ຈໍາກັດ  ທີ່ໃຫ້ຄວາມຮ່ວມມືໃນການປະຕິບັດວຽກງານເປັນຢ່າງດີ ແລະ ໄດ້ຮັບຜົນສໍາເລັດເປັນແຕ່ລະບາດກ້າວ.

          ທ່ານ ສຸລິວັດ ສຸວັນນະຈູມຄຳ ປະທານສະພາບໍລິຫານ ນ້ຳງື່ມ 3 ໄດ້ມອບຂັນ ແລະ ໃບກຽດຕິຄຸນໃຫ້ອາດີດຜູ້ອຳນວຍການໃຫຍ່ ນ້ຳງື່ມ 3.

          ທ່ານ ປຣີຊາ ກັນທະມູນ ຜູ້ອຳນວຍການໃຫຍ່ ນ້ຳງື່ມ 3 (ຜູ້ໃໝ່) ໄດ້ຂຶ້ນກ່າວຮັບໜ້າທີ່ວ່າ: ເຂື່ອນໄຟຟ້ານ້ຳງື່ມ 3 ເປັນເຂື່ອນໜຶ່ງທີ່ໄດ້ສ້າງຂຶ້ນມາເພື່ອຜະລິດພະລັງງານທີ່ສະອາດ, ຮັບໃຊ້ສັງຄົມ ກໍ່ຄືປະຕິບັດຕາມແນວທາງຫັນເປັນອຸດສາຫະກຳ, ທັນສະໄໝໃນຂະແໜງພະລັງງານຂອງລັດຖະບານ ທີ່ພາກລັດ ແລະ ບໍລິສັດ ລັດວິສາຫພກິດ ໄຟຟ້າລາວ ຈຳກັດ ໄດ້ຮັບການກໍ່ສ້າງມາ, ເປັນເຂື່ອນທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມອນຕ່ຳ, ມີລະບົບບັນຊາວຽກທີ່ມີລະບົບບັນຊາວຽກທີ່ດີ, ລະບົບການບໍລິຫານງານທີ່ດີ, ໂດຍການຮັບວຽກຕໍ່ຈາກນີ້ໄປ ຈະໄດ້ສຸມໃສ່ວຽກງານຮອບດ້ານ, ຮັກສາມາດຕະຖານ, ການເຮັດວຽກຮ່ວມກັນໃຫ້ເກີດຄສາມສຳເລັດ ແລະມີຄວາມປອດໄພໃນການເຮັດວຽກຕັ້ງແຕ່ເຂື່ອນ, ອຸໂມງ, ທໍ່ສົ່ງນ້ໍາ, ເຮືອນຈັກ, ກັງຫັນນ້ໍາແລະ ຈັກປັ່ນ ໄປຈົນເຖິງ ສາຍສົ່ງ ຮອດສະຖານີນາບົງ ຕໍ່ກັບ ບໍລິສັດ ການໄຟຟ້າແຫ່ງປະເທດໄທ (EGAT). ໂດຍມີທີ່ປຶກສາ ທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ, ເປັນມືອາຊີບ ແລະ ມີຄວາມສາມັກຄີຮ່ວມກັນ ຈຶ່ງເຮັດໃຫ້ການກໍ່ສ້າງເຂື່ອນປະສົບຜົນສຳເລັດໄດ້ໃນທີ່ສຸດ.

          ທ່ານ ນາງ ສາຍສະຫວັນ ສຸດາຈັນ ຮອງຜູ້ອຳນວຍການໃຫຍ່ ນ້ຳງື່ມ 3 ແລະ ທີມງານໄດ້ມອບຊໍ່ດອກໄມ້ ເພື່ອເປັນການຕ້ອນຮັບຜູ້ອຳນວຍການໃຫຍ່ ນ້ຳງື່ມ 3 (ຜູ້ໃໝ່).

          ກ່ອນຮອດວາລະສຸດທ້າຍ ທ່ານ ທອງພັດ ອິນທະວັນ ໄດ້ມີຄຳເຫັນໂອ້ລົມຕໍ່ທັ້ງສອງທ່ານກໍ່ຄືຜູ້ອຳນວຍການເກົ່າ ແລະ ໃໝ່, ໃນເບື້ອງຕົ້ນກໍ່ໄດ້ຍ້ອງຍໍຊົມເຊີຍໃນການຈັດຕັ້ງປະຕິບັດຢູ່ໃນ ບໍລິສັດ ໄຟຟ້າລາວ ກໍ່ຄືຢູ່ໃນ ບໍລິສັດ ນ້ຳງື່ມ 3 ຂອງຜູ້ເກົ່າ ແລະ ຜູ້ໃໝ່ ຕໍ່ໄປກໍ່ແມ່ນຂໍໃຫ້ຜູ້ອຳນວຍການຜູ້ໃໝ່ໃຫ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ໂຄງການກໍ່ສ້າງເຂື່ອນນ້ຳງື່ມ 3 ກໍ່ໃຫ້ໄດ້ຂາຍໄຟຟ້າອອກໃຫ້ໄທ ໃຫ້ທັນເວລາໃນປີ 2024.

          ສຸດທ້າຍ, ທ່ານ ປຣີຊາ ກັນທະມູນ ຜູ້ອຳນວຍການໃຫຍ່ ນ້ຳງື່ມ 3 ໄດ້ຂຶ້ນກ່າວ ຂອບໃຈແຂກທີ່ມາຮ່ວມງານໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາຈະເຮັດໃຫ້ດີທີ່ສຸດ ໂດຍການຮ່ວມມືຂອງທຸກພາກສ່ວນເພື່ອຄວາມສຳເລັດຂອງອົງກອນ ແລະ ເພື່ອພັດທະນາປະເທດຊາດສືບຕໍ່ໄປ ແລະ ໄດ້ເຊີນແຂກທີ່ເຂົ້າຮ່ວມມາຖ່າຍຮູບ ກ່ອນກ່າວຈົບພິທີຢ່າງສວຍງາມ.

          ໂຄງການໄຟຟ້ານໍ້າງື່ມ 3 ຈະຖືກສ້າງຂຶ້ນເທີງແມ່ນໍ້າງື່ມ ຊຶ່ງເປັນສາຂາຂອງແມ່ນໍ້າຂອງ ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊນລາວ, ເຊິ່ງມີມູນຄ່າໂຄງການແມ່ນ 1,400 ລ້ານໂດລ້າສະຫາລັດ, ມີກໍາລັງຕິດຕັ້ງ 480 ເມກາວັດ ແລະ ສາມາດຜະລິດໄຟຟ້າໄດ້ສະເລ່ຍ 2,345 ຈິກາວັດໂມງ. ໃນນັ້ນມີຜູ້ຖືຮູ້ນຄື: ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ 55%, ບໍລິສັດ ໄຟຟ້າລາວ ຈຳກັດ 20% ແລະ ບໍລິສັດ ການໄຟຟ້າແຫ່ງປະເທດໄທ 25% ແລະ ເມື່ອສ້າງສຳເລັດ ຈະຖືກຂາຍໄຟຟ້າໄປໃຫ້ທາງປະເທດໄທ ພາຍໃນປີ 2024.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la