ຂະບວນການແຂ່ງຂັນກິລາເປຕັງມິດຕະພາບ (ຊາຍ-ຍິງ) ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ກອງບັນຊາການສູນກາງ

          ເນື່ອງໃນໂອກສດສະຫຼີມສະຫຼອງວັນສ້າງຕັ້ງກໍາລົງປ້ອງກັນສູນກາງ ຄົບຮອບ 61 ປີ (11 ພະຈິກ 1961-11 ພະຈິກ 2022) ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ຫຼື CSE ນໍາໂດຍ ທ່ານ ປຣີຊາ ກັນທະມູນ ພ້ອມຄະນະ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນກິລາເປຕັງ (ທີມຊາຍ ແລະ ທີມຍິງ), ເຊິ່ງຈັດຂຶ້ນໃນວັນທີ 10 ພະຈິກ 2022 ທີ່ເດີ່ນເປຕັງ ຂອງກອງບັນຊາການ ໂດຍການເປັນປະທານຂະບວນການໂດຍ ທ່ານ ພົນຈັດຕະວາ  ສົມພົງ ຂຳວິລຸນ ຄະນະພັກກະຊວງ, ເລຂາອົງຄະນະພັກ, ຫົວໜ້າກອງບັນຊາການປ້ອງກັນສູນກາງ ພ້ອມດ້ວຍຄະນະ.

          ການແຂ່ງຂັນດັ່ງກ່າວປະກອບດ້ວຍ ຝ່າຍ CSE ແລະ ຝ່າຍ ກອງບັນຊາການປ້ອງກັນສູນກາງ (ສຳນັກງານນາຍົກ, ປ້ອງກັນສູນກາງ ແລະ ປ້ອງກັນເຄື່ອນທີ່) ມີທັງໝົດ 16 ທີມ (ຊາຍ 8 ທີມ ແລະ ຍິງ 8 ທີມ) ແລະ ຜົນການແຂ່ງຂັນເປຕັງວັນສ້າງຕັ້ງປ້ອງກັນສູນກາງມີ:

ອັນດັບທີ 1: ທີມຊາຍ ປ້ອງກັນເຄື່ອນທີ່, ທີມຍິງ ປ້ອງກັນສູນກາງ.

ອັນດັບທີ 2: ທີມຊາຍ ສຳນັກງານນາຍົກ, ທີມຍິງ, ປ້ອງກັນເຄື່ອນທີ່.

ອັນດັບທີ 3: ທີມຊາຍ CSE, ທີມ ຍິງ CSE.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la