CSE ເຂົ້າຮ່ວມພິທີແຫ່ຜາສາດເຜິ້ງ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2022

ຕອນບ່າຍວັນທີ 7 ພະຈິກ 2022, ເວລາ 13:30 ໂມງ, ໄດ້ມີຂະບວນແຫ່ຜາສາດເຜິ້ງ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2022 ຂຶ້ນທີ່ເດີ່ນພຣະທາດຫຼວງວຽງຈັນ ໂດຍມີພະສົງສໍາມະເນນ, ການນຳພັກ-ລັດ ແລະ ມວນຊົນຊາວນະຄອນຫຼວງ ເຂົ້າຮ່ວມຢ່າງເປັນຂະບວນຄຶກຄື້ນມ່ວນຊື່ນ. ພິທີແຫ່ຜາສາດເຜິ້ງໃນປີນີ້ ໄດ້ເຄື່ອນຍ້າຍຂະບວນແຫ່ຢູ່ວັດໜອງບອນ ແລ້ວເຂົ້າສູ່ກົມມະລຽນພະທາດຫຼວງວຽງຈັນ ເບື້ອງທິດຕາເວັນອອກ ນຳໜ້າດ້ວຍຂະບວນແຫ່ຂອງພະສົງ ສຳມະເນນ, ການນໍາພັກ-ລັດ, ອົງການຈັດຕັ້ງມະຫາຊົນ ເຖົ້າແກ່ແນວໂຮມ ໃນນັ້ນ, ບໍລິສັດ ຈະເລິນເຊກອງ ພະລັງງານ ຈຳກັດ (CSE) ກໍ່ໄດ້ຈັດຕັ້ງຂະບວນຜາສາດເຜິ້ງຂອງຕົນ ໂດຍມີ ຄະນະຜູ້ອໍານວຍການ, ຄະນະຝ່າຍ ແລະ ພະນັກງານ CSE ເຂົ້າຮ່ວມຢ່າງເປັນຂະບວນຄືກຄື້ນມ່ວນຊື່ນ.

          ໂດຍຂະບວນການແຫ່ຜາສາດເຜິ້ງໄດ້ເຄື່ອນຜ່ານປະຕູໂຂງດ້ານສະໜາມຫຼວງ ແລ້ວແຫ່ອ້ອມພະທາດຫຼວງວຽງຈັນ 3 ຮອບ, ຈາກນັ້ນກໍ່ໄດ້ຖວາຍຜາສາດເຜິ້ງ ຟັງທໍາມະເທດສະໜາ 1 ກັນ ແລະ ກາບໄຫວ້ສັກກະລະບູຊາພະທາດຫຼວງວຽງຈັນ ແລ້ວຖືເປັນການສິ້ນສຸດພິທີ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la